ສ ປປ ລາວ ພົບຜູ້ຕິດເຊື້ອ COVID-19 ເພີ່ມ 6 ຄົນ
ວັນທີ 26 ມີຖຸນາ 2021 ສ ປປ ລາວ ພົບຜູ້ຕິດເຊື້ອໃຫມ່ 6 ຄົນ ໃນນັ້ນ ສະຫວັນນະເຂດ 3 ຄົນ ແລະ ຈຳປາສັກ 3 ຄົນ ເຊີ່ງເປັນກໍລະນີນຳເຂົ້າ ສຳລັບນະຄອນຫລວງວຽງຈັນ ແມ່ນບໍ່ພົບຜູ້ຕິດເຊື້ອໃຫມ່ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວປະຈຳ ມື້ວັນເສົາ 26 ມີຖຸນາ 2021 .
ສະເພາະ ມື້ວານນີ້ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1552 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 6 ຄົນ, ປະຈຸບັນ ທົ່ວປະເທດ ມີຜູ້ຕິດເຊື້ອສະສົມທັງຫມົດ 2,100 ຄົນ ແລະ ກໍລະນີເສຍຊີວິດສະສົມ 3 ຄົນ.