ແຂວງ ອັດຕະປື ສະຫລຸບວຽກງານຕ້ານການຄ້າມະນຸດ ປີ 2020
ວັນທີ 29 ມິຖຸນາ 2021, ແຂວງອັດຕະປື ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸດ ປະຈໍາປີ 2020
ບັນຫາການການຄ້າມະນຸດ ຍັງໄດ້ສ້າງຄວາມເສຍຫາຍໂດຍກົງຕໍ່ຊີວິດ ສຸຂະພາບ, ຮ່າງກາຍ,ຈິດໃຈ, ກຽດສັກສີຂອງມະນຸດ ປັດຈຸບັນຢູ່ປະເທດລາວເຮົາ ໄດ້ມີຊາວໜຸ່ມ, ແມ່ຍິງ ແລະ ເດັກນ້ອຍ ຈໍານວນໜື່ງໄດ້ຖືກຕົວະຍົວະຫລອກລວງ ໂດຍມີນາຍໜ້າ ຫລື ໃຊ້ສັງຄົມອອນລາຍ ເພື່ອໂຄສະນາຂົນຂວາຍເອົາແມ່ຍິງລາວ ໄປອອກແຮງງານ,ໄປທ່ອງທ່ຽວ,ໄປແຕ່ງດອງກັບຄົນຕ່າງປະເທດດ້ວຍຮູບການຫມັ້ນຫມາຍ ວາງຄ່າດອງ ແລ້ວແລ່ນເອກະສານໄປຕ່າງປະເທດ ແລະ ອີກຈໍານວນໜື່ງ ແມ່ນໂຄສະນາດຶງດູດເອົາແມ່ຍິງລາວ ແລະ ຊາວຕ່າງປະເທດເຂົ້າມາເປັນສາວບໍລິການ ຕາມສະຖານທີ່ບໍລິການຕ່າງໆ. ຕະຫລອດໄລຍະ 1 ປີຜ່ານມາ ຄະນະກໍາມະການຕ້ານການຄ້າມະນຸດ ແຂວງອັດຕະປື ໄດ້ສຸມໃສ່ເຮັດວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍສຸມໃສ່ໂຄສະນາ ແລະ ປູກຈິດສໍານຶກ ໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນ ແລະ ເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງກວ້າງຂວາງ, ໃນນີ້, ວຽກງານການດໍາເນີນຄະດີ ແລະ ບັງຄັບໃຊ້ກົດໝາຍທາງເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ໄດ້ຈັດຕັ້ງປະຕິບັດແຜນການແກ້ໄຂການຄ້າມະນຸດ, ຄ້າໂສເພນີ, ເປັນໂສເພນີ ຕາມແຜນການຂອງກົມໃຫຍ່ຕໍາຫລວດ ໂດຍໄດ້ຂຶ້ນບັນຊີເປົ້າໝາຍຄ້າມະນຸດ, ຄ້າໂສເພນີ ແລະ ເປັນໂສເພນີ ໃນທົ່ວແຂວງໄດ້ຈໍານວນ 15 ຄັ້ງ, ພົບເຫັນເປົ້າໝາຍຄ້າມະນຸດ 2 ຄົນ, ຄ້າໂສເພນີ 45 ຄົນ, ຍິງ 31 ຄົນ, ຄົນຕ່າງປະເທດ 7 ຄົນ, ເປັນໂສເພນີ 221 ຄົນ, ຕ່າງປະເທດ 15 ຄົນ,; ພ້ອມນີ້ ໄດ້ລົງແກ້ໄຂເລີກຮື້ເປົ້າໝາຍ ຄ້າໂສເພນີ, ເປັນໂສເພນີ 7 ຄັ້ງ, ກັກເປົ້າໝາຍໄດ້ 39 ຄົນ, ຍິງ 37 ຄົນ, ຕ່າງປະເທດມີ 12 ຄົນ, ໄດ້ສຶກສາອົບຮົມໃຫ້ພວກກ່ຽວຢຸດເຊົາ ພ້ອມທັງໄດ້ແນະນໍາໃຫ້ກັບບ້ານ ຈໍານວນ 39 ຄົນ.
ກອງປະຊຸມ ບັນດາຄະນະກໍາມະການຕ້ານການ ຄ້າມະນຸດທີ່ມາຈາກແຕ່ລະພະແນກການກ່ຽວຂ້ອງ ຂອງ ແຂວງ ຍັງໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ວຽກງານຕ້ານ ການຄ້າມະນຸດພາຍໃນແຂວງອັດຕະປື ໃນປີ 2021 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.