ສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 65 ປີ
ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ,ໄດ້ເປັນກຽດເຂົ້າຮ່ວມຊົມການສະແດງສວນສະໜາມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ, ຢູ່ທີ່ວິທະຍາຄານທະຫານບົກ ໃນວັນທີ 16 ມັງກອນ 2014 ນີ້ ເຊີ່ງມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ,ກຳມະການສູນກາງພັກ,ບັນດາອະດີດການນຳພັກ-ລັດ ແລະ ພະນັກງານອາວຸໂສບຳນານ ຕະຫຼອດຮອດພະນັກງານ-ນັກຮົບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະ ປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ສຳລັບລາຍການທີ່ນຳມາສະແດງສວນສະໜາມໃນຄັ້ງນີ້ປະກອບດ້ວຍການສະແດງບົດເພັງຮ້ອງທີ່ພັນລະນາເຖິງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເຊີ່ງນຳສະເໜີໂດຍນັກຮ້ອງຈາກກອງສີລະປະກອນກອງທັບ,ຈາກນັ້ນກໍ່ໄດ້ຮັບຊົມການສະແດງສວນສະໜາມກ້ອນກຳລັງຂອງເຫຼົ່າຮົບຕ່າງໆໃນກອງທັບປະຊາຊົນລາວ ເຊັ່ນ: ກ້ອນທຸງໄຊຂອງກອງທັບປະຊາຊົນລາວ,ກ້ອນນາຍທະຫານບົກ,ກ້ອນນາຍທະຫານອາກາດ,ກ້ອນນາຍທະຫານຊາຍແດນ,ກ້ອນນາຍທະຫານເຫຼົ່າຮົບຕີພິເສດ,ກ້ອນນາຍທະຫານຮາບ,ກ້ອນນາຍທະຫານເຫຼົ່າຮົບຊ່າງແສງ,ກ້ອນນາຍທະຫານສື່ສານ,ກ້ອນນາຍທະຫານແພດ (ເພດຍິງ )ຂອງເຫຼົ່າຮົບເສນາຮັກ,ກ້ອນກຳລັງກອງຫຼອນ. ນອກຈາກນັ້ນ, ຍັງໄດ້ຮັບຊົມການສະແດງຫັດກາຍມວຍ 35 ຈັງຫວະ,ມວຍດັດແປງ ແລະ ມວຍປະກອບໄມ້ຄ້ອນຍາວ 62 ຈັງຫວະ ພ້ອມທັງຊົມການສະແດງມວຍປ້ອງກັນຕົວ ຍຸດທະວິທີໃນການສູ້ຮົບ ແລະ ການສະແດງໂດດຈ້ອງຂອງທະຫານອາກາດ, ພິເສດຍັງໄດ້ຮັບຊົມການສະແດງການບິນລຳລຽງຂອງເຮືອບິນເຫຼົ່າຮົບທະຫານອາກາດອີກດ້ວຍ.
ການສະແດງສວນສະໜາມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ ( 20 ມັງກອນ 1949- 20 ມັງກອນ 2014 )ໄດ້ດຳເນີນໄປດ້ວຍບັນຍາກາດອັນຄຶກຄື້ນ,ມີຄວາມເຂັ້ມແຂງ ແລະ ເປັນລະບຽບຮຽບຮ້ອຍສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວມີແບບແຜນ ແລະ ລະບຽບວິໄນອັນເຂັ້ມງວດຂອງກອງທັບປະຊາຊົນລາວ ເຊີ່ງໄດ້ຜ່ານແປວໄຟແຫ່ງການຕໍ່ສູ້ແລະເຝິກຝົນກໍ່ສ້າງມາເປັນເວລາ 65 ປີ,ອັນໄດ້ສ້າງຄວາມເຊື່ອໝັ້ນໄວ້ວາງໃຈຢ່າງໜັກແໜ້ນ,ສະແດງໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຮັບຮູ້ວ່າ: ກອງທັບປະຊາຊົນລາວພ້ອມແລ້ວທີ່ຈະເປັນກຳແພງເພັດປົກປ້ອງປະເທດຊາດ,ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.