ໄຂຄວາມຈິງກ່ຽວກັບຂ່າວລືຄົນຕ່າງດ້າວ ລັກເດັກນ້ອຍລາວໄປຂ້າເພື່ອເອົາ ອະໄວຍະວະ
ໃນໄລຍະຜ່ານມາເຫັນວ່າສັງຄົມລາວໄດ້ຮັບຜົນກະທົບ ດ້ານລົບຈາກການປ່ອຍຂ່າວລືບໍ່ມີມູນຄວາມຈິງ ຍ້ອນມີກຸ່ມຄົນທີບໍ່ດີໄດ້ພາກັນສ້າງຄວາມປັ່ນປ່ວນ ຍຸແຍ່ໃຫ້ເກີດສະພາບຄວາມບໍ່ສະຫງົບ ແລະ ເພື່ອຜົນປະໂຫຍດດ້ານອື່ນໆ ຊຶ່ງເປັນເຫດເຮັດໃຫ້ສັງຄົມຈຳນວນໜຶ່ງແຕກຕືນຢ້ານກົວດັ່ງນັ້ນ ກະຊວງປ້ອງກັນຄວາມສະຫງົບໄດ້ກວດກາສືບຫາທີ່ໄປທີມາ ແລະ ກວດຫາຄວາມຈິງຢູ່ບັນດາແຂວງຕ່າງໆໃນທົ່ວປະເທດບໍ່ພົບເຫັນຢູ່ບ່ອນໃດເລີຍເປັນພຽງແຕ່ຂ່າວລືເທົ່ານັ້ນ
ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບຈຶ່ງອອກແຈ້ງການສະບັບເລກທີ 1484/ຫວກ ລົງວັນທີ 26 ມິຖຸນາ 2014 ວ່າ: ຂ່າວລືກ່ຽວກັບຄົນຕ່າງດ້າວລັກເດັກນ້ອຍແມ່ນບໍ່ມີຄວາມຈິງ. ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບຈິ່ງແຈ້ງມາຍັງສຳນັກງານ-ອົງການ, ອຳນາດການປົກຄອງທ້ອງຖິ່ນ ພະນັກງານ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດຊາບວ່າ: ຜ່ານການກວດກາຕົວຈິງຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະຢູ່ບັນດາແຂວງທີ່ພົວພັນກັບຂ່າວລືວ່າມີກຸ່ມຄົນບໍ່ດີ ເປັນກຸ່ມຄົນຕ່າງດ້າວລັກຈັບເດັກນ້ອຍເພື່ອຂ້າເອົາອະໄວຍະວະຕ່າງໆ ຊຶ່ງເຮັດໃຫ້ສັງຄົມຈຳນວນໜຶ່ງແຕກຕືນຢ້ານກົວ ແລະ ເກີດມີຫາງສຽງວິພາກວິຈານໃນສັງຄົມທົ່ວໄປຢູ່ຫຼາຍແຂວງເຊັ່ນ: ແຂວງ ສາລະວັນ, ຄຳມ່ວນ, ວຽງຈັນ ແລະ ນະຄອນຫຼວງ ເລື່ອງດັ່ງກ່າວບໍ່ມີມູນຄວາມຈິງ, ທັງໝົດເປັນກົນອຸບາຍເລ້ລ່ຽມຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ເພື່ອສ້າງຄວາມປັ່ນປ່ວນຍຸແຍ່ໃສ່ຮ້າຍປ້າຍສີໃຫ້ສັງຄົມພວກເຮົາບໍ່ມີຄວາມສະຫງົບ ແລະ ເພື່ອຜົນປະໂຫຍດດ້ານອື່ນໆທີ່ພວກມັນຕ້ອງການ.
ເພື່ອຍົກສູງສະຕິລະວັງຕົວຕອບຕ້ານທຸກກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ຈຶ່ງສະເໜີວ່າ: ບໍ່ໃຫ້ຫຼົງເຊື່ອຕໍ່ກົນອຸບາຍປັ່ນປ່ວນຂ່າວລືທີ່ບໍ່ມີມູນຄວາມຈິງດັ່ງກ່າວ, ຖ້າບຸກຄົນໃດພົບເຫັນ, ໄດ້ຍິນຫາງສຽງຂ່າວລືຕ່າງໆທີບໍ່ດີຕໍ່ສັງຄົມໃຫ້ລາຍງານຕໍ່ເຈົ້າໜ້າທີ, ອຳນາດການປົກຄອງບ້ານ ຫຼື ພາກສ່ວນທີກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ ດັ່ງນັ້ນຈຶ່ງແຈ້ງມາເພື່ອຊາບ ແລະ ຮັບຮູ້ໃຫ້ທົ່ວເຖີ່ງກັນ.
ແຈ້ງການໂດຍຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບຄົງຈະເຮັດໃຫ້ສັງຄົມລາວມີສະຕິຕໍ່ການບໍລິໂພກຂໍ້ມູນຂ່າວສານຕ່າງໆຢ່າງຮອບຄອບຕື່ມອີກ ໜຶ່ງໃນນັ້ນກໍແມ່ນການຕົບແຕ່ງແປງຮູບໃນໂລກອອນໄລນ໌ທີ່ຜູ້ຊົມໃຊ້ບາງຄົນຍັງຮູ້ເທົ່າບໍ່ເຖີ່ງການ ຈິ່ງນຳໄປສູ່ການຫຼົງເຊື່ອຂໍ້ມູນຂ່າວສານທີ່ບໍ່ໄດ້ຮັບການກັ່ນຕອງຖືກ-ຜິດ-ດີ-ຊົ່ວ ເຊີ່ງໄລຍະຜ່ານມາກໍ່ເຄີຍມີບັນຫາຂ່າວລືຫຼາຍເລື່ອງໂດຍບໍ່ມີການຢັ້ງຢືນວ່າມີຄວາມຈິງຫຼືບໍ່ ມີແຕ່ໄດ້ຍິນຄົນອື່ນເວົ້າເລົ່າຕໍ່ກັນໄປຈົນກາຍເປັນຄວາມບໍ່ສະຫງົບ ສຸດທ້າຍເຈົ້າໜ້າທີລົງໄປຕິດຕາມກວດກາ ສືບສວນ-ສອບສວນຕົວຈິງ ຊ້ຳພັດເປັນພຽງແຕ່ຂ່າວລືເທົ່ານັ້ນ.