ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານທາງອິນເຕີເນັດ
ປະຈຸບັນວິທະຍາສາດເຕັກໂນໂລຢີໄດ້ຮັບການພັດທະນາ ໃຫ້ມີຄວາມທັນສະໄໝຫຼາຍດ້ານ ໂດຍສະເພາະ ແມ່ນອິນເຕີເນັດ, ການພັດທະນາດັ່ງກ່າວໄດ້ສ້າງ ຄວາມສະດວກ ກໍ່ຄືຜົນດີໃຫ້ແກ່ສັງຄົມເປັນຕົ້ນ ແມ່ນ ໃນຂະແໜ່ງທຸລະກິດ, ການເມືອງ, ວຽກງານຄວາມໜັ້ນຄົງ, ການສຶກສາ, ສາທາລະນະສຸກ, ການບັນເທີງ,
ການສື່ສານ ແລະ ອື່ນໆ. ເຫັນໄດ້ວ່າຄວາມທັນສະໄໝທາງດ້ານເຕັກໂນໂລຢີ, ໄອຊີທີ ໄດ້ກາຍມາເປັນເຄື່ອງມືອັນສຳຄັນ ເພື່ອສ້າງຄວາມສະດວກສະບາຍໃນການຄຸ້ມຄອງ ບໍລິຫານແລະຈັດການກ່ຽວກັບວຽກງານ ໃນຂະແໜ່ງການຕ່າງໆ, ນຳໃຊ້ເປັນເຄື່ອງມືເພື່ອແລກປ່ຽນຂໍ້ມູນຂ່າວສານ, ນຳສະເໜີສະພາບການຕ່າງໆທີ່ເກີດຂື້ນຜ່ານທາງເວບໄຊ້, ເຜີຍແຜ່ຄວາມຮູ້, ຄວາມບັນເທີງ, ຮູບພາບ, ວິດີໂອ, ຕ່າງໆໄດ້ທົ່ວເຖີ່ງ ໝາຍຄວາມວ່າທຸກຄົນໃນທົ່ວໂລກສາມາດເຂົ້າເຖີ່ງອິນເຕີເນັດໄດ້ຢ່າງວ່ອງໄວ ເພາະໃນປະຈຸບັນເຮົາສາມາດຫຼີ້ນອິນເຕີເນັດໄດ້ສະດວກທາງລະບົບຄອມພິວເຕີຕັ້ງໂຕະ ແລະ ໂທລະສັບມືຖືສະມາດໂຟນຕ່າງໆ ເຊີ່ງເຮັດໃຫ້ຄົນເຮົາສາມາດຮັບຂໍ້ມູນຂ່າວສານໄດ້ທຸກເວລາ ທຸກສະຖານທີທີ່ມີສັນຍານອິນເຕີເນັດ. ທັງໝົດນັ້ນໄດ້ສະແດງໃຫ້ເຫັນເຖີງຄວາມກ້າວໜ້າ, ຄວາມທັນສະໄໝຂອງເຕັກໂນໂລຢີໃນປະຈຸບັນ, ກໍ່ຄືໃຫ້ຜົນປະໂຫຍດແກ່ສັງຄົມ.
ແຕ່ຄຽງຄູ່ກັບການພັດທະນາຄວາມກ້າວໜ້າທັນສະໄໝດັ່ງກ່າວມັນກໍມີອັນທີສົ່ງຜົນສະທ້ອນທາງລົບເຊັ່ນກັນ. ໃນນັ້ນມັນໄດ້ເກີດມີປະກົດການຫຍໍ້ທໍ້ຂື້ນຢູ່ໃນສັງຄົມອອນໄລນ໌ກໍ່ຄືມີຄົນບໍ່ດີຈຳນວນໜຶ່ງ ໄດ້ສວຍໂອກາດ ໃຊ້ເຄື່ອງມືທາງອິນເຕີເນັດ ເປັນເຄື່ອງມືໃນການສ້າງຄວາມວຸ້ຍວາຍໃນສັງຄົມ, ເຜີຍແຜ່ສິ່ງລາມົກອານະຈານ, ເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ, ໂຄສະນາປັ່ນປ່ວນ ເຮັດໃຫ້ສັງຄົມເກີດຄວາມບໍ່ສະຫງົບ ແລະ ເຮັດໃຫ້ຜູ້ທີ່ບໍລິໂພກຂໍ້ມູນຂ່າວສານຫຼົງເຊື່ອຄຳຕົວະຍົວະໄດ້ງ່າຍ. ນອກນີ້ກຸ່ມຄົນບໍ່ດີຈຳນວນໜຶ່ງ ຍິງສວຍໂອກາດລັກລອກເອົາ ແລະທຳລາຍຂໍ້ມູນຂ່າວສານທີ່ສຳຄັນຂອງບຸກຄົນອື່ນ ໂດຍຮູບແບບການກະຈາຍໄວລັດຄອມພິວເຕີ, ການເຈາະລະບົບເນັດເວີກ, ຊຶ່ງໄດ້ສົ່ງຜົນເສຍຫາຍຈາກປະເທດໜຶ່ງໄປສູ່ອີກປະເທດອື່ນ ໂດຍຜ່ານອິນເຕີເນັດອອນລາຍ ເພາະລະບົບຄອມພິວເຕີສະໄໝນີ້ ໄດ້ມີການເຊື່ອມຕໍ່ຕະຫຼອດເວລາ ແລະມັນກໍ່ໄດ້ສ້າງໄພອັນຕະລາຍ ໃນຫຼາຍຮູບແບບ ເຊິ່ງເອີ້ນວ່າ ໄພຄຸກຄາມທາງໄຊເບີ, ພ້ອມກັນນີ້ກໍ່ຍັງເກີດມີການກໍ່ອາດຊະຍາກຳຫຼາຍໆຢ່າງ ໂດຍສະເພາະກໍ່ແມ່ນອາດຊະຍາກຳທາງອິນເຕີເນັດການໂຄສະນາໃສ່ຮ້າຍປ້າຍສີລະບອບການເມືອງ, ເສດຖະກິດ-ສັງຄົມຂອງບັນດາປະຊາຊາດຕ່າງໆໃນໂລກ, ສຳລັບປະເທດລາວເຮົາການນຳໃຊ້ອິນເຕີເນັດຖືວ່າກຳລັງເປັນທີ່ນິຍົມກັນຫຼາຍຢູ່ ໃນອົງການສຳນັກງານຕ່າງໆ, ນັກສຶກສາ, ນັກຮຽນຮູ້ປັນຍາຊົນ. ໃນຫວ່າງບໍ່ດົນມານີ້ກໍ່ໄດ້ມີກຸ່ມຄົນບໍ່ດີໄດ້ສ້າງຄວາມປັ່ນປ່ວນໃຫ້ກັບສັງຄົມລາວກໍ່ຄືການທີ່ມີກຸ່ມຄົນບໍ່ຫວັງດີໄດ້ຂຽນຂໍ້ຄວາມ, ຕັດຕໍ່ຮູບພາບ ແລະສ້າງວິດີໂອ ໄປລົງໃນ Face Book ກ່ຽວກັບມີກຸ່ມຄົນຕ່າງດ້າວເຂົ້າມາສປປລາວ ແລ້ວລັກເອົາເດັກນ້ອຍໄປຂ້າເພື່ອເອົາອະໄວຍະວະຕ່າງໆໄປຂາຍ. ຕໍ່ກັບສະພາບການດັ່ງກ່າວໄດ້ສ້າງຄວາມແຕກຕື່ນ ເຮັດໃຫ້ຄົນຢູ່ທົ່ວສັງຄົມວິຕົກກັງວົນລວມໄປເຖີ່ງການທີມ່ວນຊົນມີຫ່າງສຽງວິພາກວິຈານຕໍ່ວ່າໃຫ້ກັບການປະຕິບັດວຽກງານເຈົ້າໜ້າທີຕຳຫຼວດໄປໃນທາງທີບໍ່ດີ. ໃນຄວາມຈິງແລ້ວບັນຫາດັ່ງກ່າວແມ່ນບໍ່ໄດ້ເກີດຂື້ນຢ່າງໃດເລີຍ ແຕ່ເປັນການສ້າງສະຖານະການຂອງກຸ່ມຄົນທີບໍ່ຫວັງດີຕ້ອງການເຮັດໃຫ້ສັງຄົມລາວບໍ່ມີຄວາມສະຫງົບ. ຕໍ່ກັບສະພາບການດັ່ງກ່າວກຳລັງປ້ອງກັນຄວາມສະຫງົບໄດ້ສຸມໃສ່ຢ່າງຕັ້ງໜ້າໃນການສືບສວນ-ສອບສວນ. ຜ່ານການລົງກວດກາຕົວຈິງຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະຢູ່ບັນດາແຂວງທີ່ພົວພັນກັບຂ່າວລືເຊັ່ນ: ແຂວງສາລະວັນ, ແຂວງຄຳມ່ວນ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະບັນດາທ້ອງຖິ່ນຕ່າງໃນຂອບເຂດທົ່ວປະເທດ. ເລື່ອງດັ່ງກ່າວແມ່ນບໍ່ມີມູນຄວາມຈິງ, ທັງໝົດນັ້ນເປັນກຸນອຸບາຍເລ່ລຽມຂອງພວກສັດຕູ ແລະກຸ່ມຄົນບໍ່ດີ ເພື່ອສ້າງຄວາມປັ່ນປ່ວນ, ຍຸແຍ່ໃສ່ຮ້າຍປ້າຍສີເຮັດໃຫ້ສັງລາວມີຄວາມວຸ້ນວາຍ, ສັບສົນ.ສະນັ້ນຈຶ່ງຢາກຮຽກຮ້ອງມາຍັງຜູ້ທີ່ບໍລິໂພກຂໍ້ມູນທາງອິນເຕີເນັດຈົ່ງໃຫ້ມີສະຕິລະວັງຕົວບໍ່ຄວນໄປຫຼົງເຊື່ຶອຂໍ້ມູນທີ່ນຳສະເໜີຫຼາຍຈົນເກີນໄປເພາະສ່ວນຫຼວງຫຼາຍແລ້ວຂໍ້ມູນໃນອິນເຕີເນັດ ແມ່ນເປັນຂໍ້ມູນດິບຜູ້ທີເຜີຍແຜ່ຂາດຄວາມຮັບຜິດຊອບບໍ່ໄດ້ຮັບການກັ່ນຕອງຢຢ່າງຄັກແນ່, ສະນັ້ນເຮົາຄວນມີວິຈາລະນະຍານ, ຄົ້ນຄິດຕຶກຕອງໃຫ້ຖີ່ຖ້ວນ, ບາງອັນກໍ່ມີຄວາມຈິງ, ບາງຢ່າງກໍ່ບິດເບືອນຄວາມຈິງ, ສະນັ້ນເຮົາຄວນມີຫຼັກໜັ້ນໃນການຕັດສິນໃຈກ່ອນຈະໄປຫຼົງເຊື່ອຂໍ້ມູນ ທີ່ບໍ່ມີຄວາມຈິງທີ່ຈະກໍ່ຄວາມເສຍຫາຍໃຫ້ກັບຕົນເອງກໍ່ຄືສັງຄົມ ນອກຈາກນີ້ ຖ້າຫາກບຸກຄົນໃດພົບເຫັນ, ໄດ້ຍິນຫ່າງສຽງ, ຂ່າວລືຕ່າງໆ ກ່ຽວກັບສິ່ງທີສ້າງປະກົດການຫຍໍ້ທໍ້ໃນສັງຄົມ ແມ່ນໃຫ້ລາຍງານຕໍ່ເຈົ້າໜ້າທີ, ອຳນາດການປົກຄອງບ້ານ ຫຼື ພາກສ່ວນທີກ່ຽວຂ້ອງ ເພື່ອສະກັດກັ້ນແລະແກ້ໄຂຢ່າງທັນການ.