ເຈົ້າໜ້າທີກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ
ວັນທີ 5 ຕຸລາ 2014 ເຈົ້າໜ້າທີກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຈັບພວກຄ້າຂາຍຢາເສບຕິດໄດ້ 5 ຄົນ ຍິງ 3 ຄົນ ຢູ່ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ພ້ອມທັງຍຶດຢາບ້າໄດ້ 462 ມັດ ເທົ່າກັບ 924.000 ເມັດ ນ້ຳໜັກ 104 Kg, ຝຸ່ນສີຂາວນ້ຳໜັກ 33 Kg ຝຸ່ນສີແດງນ້ຳໜັກ 0,2 Kg, ປືນສັ້ນ 1 ກະບອກ, ລົດໃຫຍ່ 5 ຄັນ, ໂທລະສັບມືຖື 5 ໜ່ວຍ, ເງີນກີບທະນາຄານ 86.945.000 ກີບ, ເງີນບາດ 259.000 ບາດ, ຄຳຮູບປະພັນ 1.140,0 ກຼາມ, ປື້ມເງີນຝາກທະນາຄານ 11 ຫົວ ແລະ ໃບຕາດິນ 11 ໃບ.
ພວກຄ້າຂາຍຢາເສບຕິດຄັ້ງນີ້ມີ: ທ້າວ ບຸນສະຫຼີ ອາຍຸ 40 ປີອາຊີບຄ້າຂາຍ, ນາງ ກິ່ງຄຳ ອາຍຸ 41 ປີ ອາຊີບຄ້າຂາຍ ທັງສອງຢູ່ບ້ານ ສະຫຼອງໄຊ ເມືອງ ຂວາ ແຂວງ ຜົ້ງສາລີ, ທ້າວ ຕຸ້ຍ ອາຍຸ 27 ປີ ນັກສຶກສາ, ນາງ ແພງ ອາຍຸ 30 ປີ ປະຊາຊົນ. ປະຈຸບັນທັງ 4 ຢູ່ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ນາງ ຍົກ ອາຍຸ 35 ປີ ປະຊາຊົນຢູ່ບ້ານນາສ້ຽວ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.
ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ ທ້າວ ບຸນສະຫຼີ ໄດ້ໃຫ້ການວ່າ: ຢາບ້າ, ແປງຝຸ່ນສີແດງ ແລະ ສີຂາວ ຜູ້ກ່ຽວໄດ້ໂທລະສັບຕິດຕໍ່ຊື້ນຳຄົນຈີນ ຢູ່ເຂດບ້ານຊຽງຮຸ່ງ ສປ ຈີນ. ວັນທີ 15 ກັນຍາ 2014ໄດ້ມີຜູ້ຊາຍບໍ່ຮູ້ບ່ອນຢູ່ເອົາຢາບ້າ 462 ມັດ ມາສົ່ງໃຫ້ຢູ່ເຮືອນ ແລ້ວຜູ້ກ່ຽວກໍ່ເອົາໄປຊຸກເຊື່ອງໄວ້ໃນຫ້ອງມ້ຽນເຄື່ອງຕົນເພື່ອລໍຖ້າຈຳໜ່າຍ. ປະຈຸບັນເຈົ້າໜ້າທີພວມດຳເນີນຄະດີຕາມລະບຽບກົດໝາຍ.