ການສະກັດກ້ານຕ້ານອັກຄີໄພ ແມ່ນໜ້າທີ່ຂອງໝົກທຸກຄົນໃນສັງຄົມ
ຕາມການສະຫຼຸບ ຂອງເຈົ້າໜ້າທີ່ຕຳຫຼວດຕ້ານສະກັດກັ້ນອັກຄີໄພ ໃນປີ 2014 ທົ່ວປະເທດມີອັກຄີໄພເກີດຂື້ນ 158 ຄັ້ງ ລວມມູນຄ່າເສຍຫາຍ 397 ຕື້ກີບ, ແຂວງທີ່ມີອັກຄີໄພເກີດຂື້ນຫຼາຍແມ່ນ ນະຄອນຫຼວງວຽງຈັນມີ 61 ຄັ້ງ ມູນຄ່າເສຍຫາຍ 100 ຕື້ກ່ວາກີບ. ຮອງລົງມາແມ່ນ ແຂວງຈຳປາສັກ 15 ຄັ້ງ ມູນຄ່າເສຍຫາຍ 6 ຕື້ກ່ວາກີບ ແລະ ແຂວງສະຫວັນນະເຂດ 14 ຄັ້ງ ມູນຄ່າເສຍຫາຍ 1 ຕື້ກ່ວາກີບ. ໃນນີ້ເຫດອັກຄີໄພທີ່ຮ້າຍແຮງມີ ໄຟໄໝ້ຕະຫຼາດທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມູນຄ່າເສຍຫາຍ 100 ຕື້ກ່ວາກີບ ແລະ ເຫດໄຟໄໝ້ຕະຫຼາດຫຼັກ 20 ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ມູນຄ່າເສຍຫາຍ 20 ຕື້ກ່ວາກີບ.
ເຖິງຢ່າງໃດກໍ່ຕາມ ອັກຄີໄພ ແລະ ຄວາມເສຍຫາຍນັ້ນຈະບໍ່ເກີດຂື້ນໄດ້ງ່າຍຫາກທຸກພາກສ່ວນ ທຸກຊັ້ນຄົນໃນສັງຄົມມີສະຕິຕື່ນຕົວພ້ອມກັນເປັນເຈົ້າການນຳໃຊ້ໄຟຢ່າງຖືກຕ້ອງ ແລະ ຄວາມຮັບປະກັນ; ນອກຈາກຈະສາມາດປ້ອງກັນຄວາມສູນເສຍທາງດ້ານຊີວິດ ຊັບສິນແລ້ວ ຍັງປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ດັ່ງນັ້ນ, ບັນດາສຳນັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ, ໂຮງແຮມ, ເຮືອນພັກ, ຕະຫຼາດ, ເລົ້າສາງ ຕະຫຼອດຮອດປະຊາຊົນ ທຸກຊັ້ນຄົນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການນຳໃຊ້ໄຟເຊັ່ນ: ການນຳໃຊ້ໄຟຟ້າເຂົ້າໃນການຜະລິດ ແລະ ຈຸດປະສົງອື່ນໃນການດຳລົງຊີວິດປະຈຳວັນ ຕ້ອງປະຕິບັດຂໍ້ກຳນົດຫຼັກການຂອງບໍລິສັດໄຟຟ້າວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ກວດກາສາຍໄຟຟ້າ ອຸປະກອນເຄື່ອງຊ້ໄຟຟ້າເປັນປົກກະຕິ. ຖ້າຫາກເຫັນວ່າເກົ່າແກ່ ຫຼື ເປ່ເພ ບໍ່ຮັບປະກັນຕ້ອງມີການປ່ຽນຖ່າຍ, ທຸກໆຄັ້ງທີ່ນຳໃຊ້ອຸປະກອນເຄື່ອງໃຊ້ໄຟຟ້າສຳເລັດ ຕ້ອງຖອດປັກສຽບໄຟພ້ອມ ຫຼື ສິ່ງໃດທີ່ບໍ່ມີຄວາມຈຳເປັນ ໂດຍສະເພາະເຕົາລີດ, ໂທລະພາບ, ພັດລົມ ແລະ ອື່ນໆ ກໍບໍ່ຄວນສຽບປັກປະໄວ້, ກ່ອນຈະອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າຂາຍ ຫຼື ເຂົ້ານອນທຸກໆຄັ້ງ ຕ້ອງກວດກາເຄື່ອງໃຊ້ໄຟຟ້າ ແລະ ດັບມອດຟືນໄຟຄັກແນ່, ການໃຕ້ທູບທຽນບູຊາຢູ່ຮ້ານບູຊາໃນເຮືອນ ຫຼື ຕາມວັດວາອາຣາມ ກໍຕ້ອງຮັບປະກັນຄວາມປອດໄພ ມີການຕິດຕາມຈົນໄຟດັບມອດແລ້ວຈຶ່ງອອກໄປທາງອື່ນ, ບໍ່ຄວນຈູດຂີ້ເຫຍື້ອ, ຫຍ້າ ແລະ ປ່າຊະຊາຍ ເພາະອາດເຮັດໃຫ້ໄຟລຸກລາມ ຫຼື ຖືກລົມພັດຖ່ານໄຟແລ້ວເຮັດໃຫ້ເກີດໄຟໄໝ້ເຮືອນ ອາຄານຕ່າງໆທີ່ຢູ່ໃກ້ຄຽງ, ການດັງໄຟແຕ່ງຢູ່ຄົວກິນຄວນມີການດັບມອດທຸກຄັ້ງ ແລະ ກໍບໍ່ຄວນປ່ອຍປະໃຫ້ເດັກນ້ອຍຫຼີ້ນໄຟຊະຊາຍ ເພາະຈະພາໃຫ້ເກີດອັກຄີໄພໄດ້ເຊັ່ນກັນ. ນອກຈາກນີ້ການປ່ຽນຖ່າຍ ຫຼື ສ້ອມແປງອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ຖ້າຫາກບໍ່ມີຄວາມຮູ້ ບໍ່ມີຄວາມຊຳນິຊຳນານ ກໍບໍ່ຄວນເຮັດດ້ວຍຕົນເອງ ເພື່ອປ້ອງກັນຄວາມຜິດພາດເຮັດໃຫ້ເກີດການຊ໋ອດ, ແຕກ ແລະ ໄຟລັດວົງຈອນທີ່ຈະກໍ່ໃຫ້ເກີດອັກຄີໄພ.
ໃນຕົ້ນປີ 2015 ນີ້ມີອັກຄີໄພເກີດຂື້ນແລ້ວຈຳນວນ 30 ຄັ້ງມູນຄ່າ 9 ຕື້ກ່ວາກີບໃນທົ່ວປະເທດ. ສະເພາະໃນນະຄອນຫຼວງວຽງຈັນ ເຫດການທີ່ເດັ່ນກ່ວາໝູ່ແມ່ນ ເຫດໄຟໄໝ້ເຮືອນຢູ່ບ້ານ ດົງປ່າລານທົ່ງ ເມືອງ ສີສັດຕະນາກ ເຫດເກີດໃນເວລາປະມານ 22 ໂມງ 30 ນາທີ ຂອງວັນທີ 2 ກຸມພາ 2015 ໄຟໄດ້ໄໝ້ເຮືອນທັງໝົດ 28 ຫຼັງ ມີຜູ້ໄດ້ຮັບຜົນກະທົບເຖິງ 30 ຄອບຄົວ, ມູນຄ່າເສຍຫາຍ ຫຼາຍຕື້ກີບ.