ຄົນຮ້າຍລັກຊັບຢູ່ໜ່ວຍບໍລິການ ທະນະຄານພັດທະນາລາວ.
ໃນວັນທີ 16 ມິຖຸນາ 2015 ນີ້ໄດ້ເກີດເຫດຄົນຮ້າຍ ງັດເຂົ້າລັກຊັບຢູ່ໜ່ວຍບໍລິການທະນະຄານພັດທະ ນາລາວສາຂາໂສກປ່າຫລວງ.
ຜ່ານການກວດກາສະຖານທີ່ເກີດເຫດຂອງເຈົ້າ ໜ້າທີ່ຕຳຫຼວດ ປກສ ເມືອງສີສັດຕະນາກໃຫ້ຮູ້ວ່າ: ຄົນຮ້າຍໄດ້ປີນເຂົ້າທາງເພດານ ແລະງັດແງະເອົາ ເງິນທີ່ຢູ່ໃນຕູ້ເຊັບ 45 ລ້ານກີບ.
ປັດຈຸບັນເຈົ້າໜ້າທີ່ຕຳຫຼວດພວມຕິດຕາມຈັບ ຕົວຄົນຮ້າຍມາດຳເນີດຄະດີຕາມລະບຽບກົດໝາຍ.