ສຳເລັດງານສຳມະນາສື່ມວນຊົນ ລາວ-ຈີນ.
ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວແຂວງຢຸນນານ ສປ ຈີນ ໄດ້ຮ່ວມກັນຈັດສຳມະນາກ່ຽວກັບການພົວພັນ ລາວ–ຈີນເສັ້ນທາງລົດໄຟ ລາວ–ຈີນ ການປ້ອງກັນພະຍາດໂຄວິດ-19 ແລະ ດ້ານອື່ນໆພ້ອມນີ້ ກໍມີກິດຈະກຳທັດສະນະຕາມເສັ້ນທາງລົດໄຟ ລາວ–ຈີນ ຂອງຄະນະສື່ມວນຊົນລາວ–ຈີນ ແລະ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາແລກປ່ຽນລະຫວ່າງສື່ມວນຊົນລາວ–ຈີນ ໃນຮູບແບບທາງໄກ.
ຊຸດສຳມະນາດັ່ງກ່າວປະກອບມີ ການເປີດຊຸດສຳມະນາແລກປ່ຽນບົດຮຽນລະຫວ່າງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວແຂວງຢຸນນານ ສປ ຈີນ ຊຶ່ງຈັດຂຶ້ນເມືອລະຫວ່າງວັນທີ 30 ພະຈິກ–4 ທັນວາ 2021 ການສຳມະນາທັດສະນະຕາມເສັ້ນທາງລົດລົດໄຟ ລາວ–ຈີນ ຂອງຄະນະສື່ມວນຊົນລາວ ແລະ ຈີນ ຈັດຂຶ້ນວັນທີ 13-14 ທັນວາ 2021 ນຳພາຄະນະຝ່າຍລາວໂດຍ ທ່ານ ຣັດສະຫມີ ດວງສັດຈະ ເລຂາທິການສະມາຄົມນັກຂ່າວແຫ່ງ ສປປ ລາວ ມີຕາງຫນ້າຈາກກົມສື່ມວນຊົນກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ຝ່າຍຈີນນຳໂດຍ ທ່ານ ນາງ ເຢ້ ຫຼົງ ຮອງເລຂາທິການສະມາຄົມນັກຂ່າວແຂວງຢຸນນານ ແລະ ສື່ມວນຊົນຈີນ ເຂົ້າຮ່ວມ.
ຈຸດປະສົງຂອງຊຸດສຳມະນາຄັ້ງນີ້ ແມ່ນເພື່ອເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ຈີນ ຊຸກຍູ້ສົ່ງເສີມມິດຕະພາບ ແລະ ການໄປມາຫາສູ່ລະຫວ່າງຜູ້ເຮັດວຽກສື່ມວນຊົນລະຫວ່າງສອງປະເທດ ເພື່ອປະກອບສ່ວນເຂົ້າໃນການລົງເລິກການຮ່ວມມື້ລະຫວ່າງວອງປະເທດ ລາວ–ຈີນ ແລະ ການຮ່ວມມືລະຫວ່າງ ອາຊຽນ–ຈີນ ໃນຂົງເຂດຕ່າງໆ.
ສຳລັບກອງປະຊຸມສຳມະນາຄັ້ງນີ້ ຄະນະສື່ມວນຊົນຂອງລາວ ແລະ ຈີນກໍໄດ້ຜັດປ່ຽນກັນຂຶ້ນປະກອບຄວາມຄິດຄວາມເຫັນ ແລະ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສະແດງໃຫ້ເຫັນເຖິງຄວາມສາມັກຄີລະຫວ່າງສື່ມວນຊົນລາວ ແລະ ຈີນ ຈິ່ງເຮັດໃຫ້ກອງປະຊຸມຄັ້ງນີ້ສຳເລັດຜົນຢ່າງຈົບງາມ.