ລັດຖະບານ ອະນຸຍາດ ໃຫ້ເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ.
ລັດຖະບານ ໄດ້ຕົກລົງໃຫ້ເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໂດຍແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1: ເລີ່ມແຕ່ ວັນທີ 1 ມັງກອນ ຫາວັນທີ 30 ມີນາ 2022, ໄລຍະທີ 2: ເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ 2022 ແລະ ໄລຍະທີ 3: ເລີ່ມແຕ່ວັນທີ 1ກໍລະກົດ2022ເປັນຕົ້ນໄປ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ່ 17 ທັນວາ 2021 ນີ້ວ່າ: ມາຮອດປັດຈຸບັນ, ແມ່ນມີຄວາມພ້ອມໃນດ້ານຕ່າງໆ ໃນການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ, ຊຶ່ງໄດ້ກຳນົດບັນດາປະເທດທີ່ຈະນຳນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ໃນເບື້ອງຕົ້ນ, ກຳນົດກິດຈະກຳການບໍລິການ ແລະ ເຂດພື້ນທີ່ເປົ້າໝາຍເຂດທ່ອງທ່ຽວສີຂຽວ, ກຳນົດມາດຕະຖານການບໍລິການຕ້ອນຮັບນັກທ່ອງທ່ຽວ ໄປຄຽງຄູ່ກັບການປະຕິບັດມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19.
ສຳລັບຂອບເຂດທ່ອງທ່ຽວສີຂຽວ ໄດ້ກຳນົດອອກເປັນ 2 ປະເພດ ຄື: ເຂດທ່ອງທ່ຽວສີຂຽວ (Green Travel Zone) ແລະ ເສັ້ນທາງທ່ອງທ່ຽວສີຂຽວ (Green Travel Trail), ເຊິ່ງເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ໄດ້ກຳນົດເອົານະຄອນຫລວງວຽງຈັນ; ນະຄອນຫລວງພະບາງ ແລະ ເມືອງຕ່າງໆ ຂອງແຂວງ ຫລວງພະບາງ ແລະ ເມືອງ ວັງວຽງແຂວງ ວຽງຈັນ, ສ່ວນເສັ້ນທາງທ່ອງທ່ຽວສີຂຽວ ແມ່ນໄດ້ກຳນົດເອົາ 5 ແຂວງ ຄື: ແຂວງ ອຸດົມໄຊ, ແຂວງ ໄຊຍະບູລີ, ແຂວງຊຽງຂວາງ, ແຂວງ ຄຳມ່ວນ ແລະ ແຂວງ ຈຳປາສັກ. ສຳລັບ ເຂດທ່ອງທ່ຽວສີຂຽວໃນໄລຍະທີ 2 ມີ 9 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງ ວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງ ຈຳປາສັກ. ສຳລັບເສັ້ນທາງທ່ອງທ່ຽວສີຂຽວໃນໄລຍະ 2 ແມ່ນໄດ້ກຳນົດຢູ່ 4 ແຂວງ ຄື: ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ, ແຂວງຫລວງນ້ຳທາ, ແຂວງເຊກອງແລະແຂວງສາລະວັນ.ສຳລັບເປົ້າໝາຍກຸ່ມນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ລວມ ມີ 17 ປະເທດ ຄື: ສປ ຈີນ, ສສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ.ເກົາຫລີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ, ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕຣາລີ. ສ່ວນເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວ, ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ, ຫ້າມບໍ່ໃຫ້ນໍາເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍ ໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ຕ້ອງໄດ້ຮັບວັກຊິນຄົບໂດສ ຫລາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT- PCR ທີ່ມີຜົນເປັນລົບ(ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງ ກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 1 ວັນ ຫລື 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້; ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫລດແອບ LaoStay Safe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊິນຄົບໂດສ, ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະ ພາບ ທີ່ມີວົງເງິນຄ້ຳປະກັນຢ່າງຕ່ຳ 50.000 USD.
ສ່ວນການກຳນົດເປີດດ່ານສາກົນ ເຂົ້າ-ອອກ ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ມີ 2 ດ່ານ ຄື: ສະໜາມບິນສາກົນວັດໄຕ ແລະ ດ່ານສາກົນຂົວມິດ ຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ), ໄລຍະທີ 2 ມີ 9 ດ່ານ ຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫລວງພະບາງ, ດ່ານບໍ່ຫານ-ບໍ່ເຕັນ (ລາວ-ຈີນ), ຂົວມິດຕະພາບ I (ນະຄອນ ຫລວງວຽງຈັນ-ໜອງຄາຍ), ຂົວມິດຕະພາບ (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ (ສະຫວັນນະເຂດ-ມຸກດາຫານ), ດ່ານຊ່ອງເມັກ (ປາກເຊ-ອຸບົນລາດຊະທານີ), ດ່ານລາວບາວ (ລາວ-ຫວຽດ ນາມ) ແລະ ດ່ານຫລັກຊາວ(ລາວ-ຫວຽດນາມ).
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ, ຈະໄດ້ດຳເນີນໄປເປັນເທື່ອລະບາດກ້າວ ດ້ວຍຄວາມລະມັດລະວັງມີຄວາມຮັບຜິດຊອບສູງ ມີການຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການ ໂດຍປະຕິບັດມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19ຢ່າງຮັດກຸມ.
ສຳລັບວຽກງານສາທາລະນະສຸກ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາ ລະນະສຸກ ລາຍງານໃຫ້ຮູ້ວ່າ: ເພື່ອກຽມພ້ອມໃຫ້ແກ່ການເປີດຮັບນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ຂະແໜງສາທາລະນະສຸກ ໄດ້ມີມາດຕະການທາງການແພດ ຮອງຮັບຢ່າງເຂັ້ມງວດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍສຸມໃສ່ສັກຢາວັກຊິນ ໃຫ້ກຸ່ມເປົ້າ ໝາຍໃຫ້ໄດ້ 70% ຂຶ້ນໄປ, ສ່ວນເງື່ອນໄຂຜູ້ປະກອບການທີ່ຈະເຂົ້າຮ່ວມ ເປັນຕົ້ນພະນັກງານໂຮງ ແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ຄົນຂັບລົດນໍາທ່ຽວ ແລະ ພະນັກງານນຳທ່ຽວ ຈະຕ້ອງໄດ້ສັກຢາວັກຊິນ ໃຫ້ໄດ້ 95% ຂຶ້ນໄປ. ພ້ອມດຽວກັນນັ້ນ, ປະຊາຊົນ ຢູ່ໃນແຂວງທີ່ຈະຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ສັກວັກຊິິນ ຄົບໂດສ 70% ຂຶ້ນໄປ.