ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງງານ ກາເຟດາວ ແລະ ສວນຊາ 36 ຢູ່ ແຂວງຈຳປາສັກ.
ໃນວັນທີ່ 17 ທັນວາ 2021, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳ ຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແຂວງ ຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ,ພ້ອມຄະນະໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານກາເຟດາວ ທີ່ຕັ້ງຢູ່ບ້ານຫລັກ 21 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການດຳເນີນທຸລະກິດກາເຟດາວ ຈຳກັດ, ພາຍຫລັງການເຊັນສັນຍາຜູ້ຖືຮຸ້ນ ໃນເດືອນພະຈິກ 2020 ຜ່ານມາ, ບໍລິສັດກາເຟດາວ ຈຳກັດ ມີທຶນຈົດທະບຽນທັງໝົດ 278 ລ້ານໂດລາສະຫະລັດ, ໃນນັ້ນລັດຖະບານຖືຫຸ້ນໃນສັດສ່ວນກວມເອົາ 56% ເທົ່າກັບ 154,9 ລ້ານໂດລາແລະກຸ່ມບໍລິສັດກາເຟດາວຖືຫຸ້ນ 44% ເທົ່າກັບ 123,1 ລ້ານໂດລາ. ສຳລັບຜົນການດຳເນີນທຸລະກິດ ບໍລິສັດກາເຟດາວ ໃນປີ 2021 ມີລາຍຮັບ 150,02 ຕື້ກີບ, ໃນນັ້ນລາຍຮັບຈາກການສົ່ງອອກກວມ 54%.ໂຮງງານແຫ່ງນີ້, ສ້າງຕັ້ງຂຶ້ນໃນປີ 2012, ມີເນື້ອທີ່ລວມທັງໝົດ 13 ເຮັກຕາ, ມີກຳລັງການຜະລິດສູງເຖິງ 3.500 ໂຕນຕໍ່ປີ ແລະ ໄດ້ນໍາໃຊ້ລະບົບອຸດສະຫະກໍາເຄື່ອງຈັກ ທີ່ມີຄວາມທັນສະໄໝ ຈາກທະວີບເອີຮົບ, ເຊິ່ງເຄື່ອງຈັກທັງໝົດທີ່ຢູ່ໃນໂຮງງານ ແມ່ນນຳເຂົ້າຈາກແບນເຄື່ອງຈັກທີ່ມີຊື່ສຽງ ເຊັ່ນ: ເຄື່ອງຂົ້ວກາເຟ ຈາກປະເທດເຢຍລະມັນ, ເຄື່ອງຈັກລະບົບຜະລິດກາເຟສຳເລັດຮູບ ຈາກປະເທດເດັນມາກ ແລະ ເຄື່ອງຈັກບັນຈຸພັນຈາກປະເທດຍີ່ປຸ່ນ ເພື່ອຜະລິດກາເຟສຳເລັດຮູບໃຫ້ມີຄຸນນະພາບສູງ ແລະ ໃຫ້ໄດ້ມາດຕະຖານ. ປັດຈຸບັນໂຮງງານກາເຟດາວ ໄດ້ນໍາໃຊ້ລະບົບຄວາມສະອາດປອດໄພ ຂອງຜະລິດຕະພັນອາຫານ ກໍຄື ISO 22000. ຜະລິດຕະພັນຂອງກາເຟດາວ ມີກາເຟຂົ້ວເມັດ, ກາເຟສຳເລັດຮູບ ແລະຮູບແບບຂອງການຜະລິດ(OEM).
ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ຢ້ຽມຢາມສວນຊາ 36 ເຊິ່ງແມ່ນໂຮງງານ ຜະລິດຊາສໍາເລັດຮູບ ທີ່ຕັ້ງຢູ່ເຂດພູພຽງບໍລະເວນ ບ້ານຫລັກ 36 ຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ, ເຊິ່ງເປັນກິດຈະການຂອງ ບໍລິສັດລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສ້າງຕັ້ງຂຶ້ນປີ 2017. ມີມູນຄ່າການລົງທືນ 11 ລ້ານໂດລາສະຫາລັດ, ມີເນື້ອທີ່ 150 ເຮັກຕາ, ມີຕົ້ນຊາທັງໝົດ 110.000 ກວ່າຕົ້ນ, ດຳເນີນກິດຈະການຜະລິດປຸງແຕ່ງຊາສໍາເລັດຮູບເພື່ອສົ່ງອອກ.