ປກສ ກຸ່ມ ສີວິໄລ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ
ໃນເວລາ 11 ໂມງ ຂອງວັນທີ 03 ມັງກອນ 2022, ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ ສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ນຳກຳລັງລົງເຄື່ອນໄຫວຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບ ພົບເຫັນ ກຸ່ມມົ້ວສຸມຢາເສບຕິດ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ສາມາດກັກຕົວໄດ້ມີຈຳນວນ 4 ຄື: ທ້າວ ກຽດຕິສັກ ອາຍຸ 38 ປີ (ເຈົ້າຂອງເຮືອນ) ທ້າວ ນ່ອງ ອາຍຸ 23 ປີ, ທ້າວ ລາຕີ ອາຍຸ 27 ປີ ທັງສາມຢູ່ບ້ານຄຳຮຸ່ງ ແລະ ທ້າວ ອາລີ ອາຍຸ 30 ປິ ບ້ານຫ້ວຍຫົງ ເມືອງຈັນທະບູລີ ພ້ອມທັງອຸປະກອນເສບຢາເສບຕິດ.
ສອບຖາມເບື້ອງຕົ້ນພວກກ່ຽວໃຫ້ການຮັບສາລະພາບວ່າ: ໄດ້ມົ້ວສຸມຢາເສບຕິດ ແລະ ອຸປະກອນເສບຢາ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງພວກກ່ຽວແທ້. ດັ່ງນັ້ນ ຈື່ງໄດ້ນຳຕົວຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມ ແລະ ໃຫ້ຢຸດເຊົາການມົ້ວສຸມຢາເສບຕິດ.
ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມພັກພວກ, ກຸ່ມແກ້ງຊື້-ຂາຍຢາເສບຕິດ ມາດຳເນີນຄະດີຕາມກົດໝາຍ.