ວັນທີ 7 ມັງກອນ 2022 ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1.020 ຄົນ ແລະ ເສຍຊີວິດ 10 ຄົນ.
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 7 ມັງກອນ 2022 ນີ້ ວ່າ:
ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 6 ມັງກອນ 2022 ຜ່ານມາ ຈໍານວນ 5.475 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 1.020 ຄົນ,ເຊີ່ງເປັນກໍລະນີຕິດເຊື້ອພາຍໃນ 1.018 ຄົນ, ນໍາເຂົ້າ 2 ຄົນ ,ໃນນີ້ພົບຜູ້ຕິດເຊື່ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 432 ຄົນ ,ຄົນເສຍຊີວິດໃໝ່ເພີ່ມອີກ 10 ຄົນ ແລະ ເຮັດໃຫ້ ສປປລາວໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 116,890 ຄົນ, ເສຍຊີວິດສະສົມ 421 ຄົນ.