ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃນວັນທີ່ 11 ມັງກອນ 2022 ນີ້ 999 ຄົນ ເສຍຊີວິດ 9 ຄົນ
ດຣ ສີສະຫວາດ ສຸທານິລະໄຊ ຮອງ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 11 ມັງກອນ 2022 ນີ້ ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 10 ມັງກອນ 2022 ຈໍານວນ 5443 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 999 ຄົນ,ເຊີ່ງເປັນກໍລະນີຕິດເຊື້ອພາຍໃນ 996 ນໍາເຂົ້າ 3 ຄົນ,ໃນນີ້ພົບຜູ້ຕິດເຊື່ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 427 ຄົນ ,ຄົນເສຍຊີວິດໃໝ່ເພີ່ມອີກ 9 ຄົນ ແລະ ເຮັດໃຫ້ ສປປລາວໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 120.520 ຄົນ, ເສຍຊີວິດສະສົມ 457 ຄົນ.