ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ຕວັກກີ ປະຈໍາ ສ ປປ ລາວ.
ວັນທີ 17 ມັງກອນ 2022, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານໂອຣຮັນ ເອີເຊິກ (Orhan Isik), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຕວັກກີ ປະຈໍາ ສປປ ລາວ.
ໃນໂອກາດນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍທ່ານທູດ ທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ.ຕວັກກີ ຕະຫລອດໄລຍະກວ່າຫົກທົດສະວັດ ແຫ່ງການສ້າງສາຍພົວພັນ ການທູດນຳກັນຜ່ານມາ. ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທ່ານທູດ ມາປະຕິບັດໜ້າທີ່ຢູ່ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດ ກັບຂະແໜງການຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນ ຮ່ວມມືສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ.
ທ່ານໂອຣຮັນ ເອີເຊິກ (Orhan Isik) ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍ ຜົນສຳເລັດຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດ ຕະຫລອດໄລຍະ 46 ປີທີ່ຜ່ານມາ, ພິເສດ ແມ່ນການຮັບມື ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບ ພາກສ່ວນຕ່າງໆຂອງລາວ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານ ທອງສະຫວັນ ພົມວິຫານ ໄດ້ອວຍພອນໃຫ້ແກ່ ທ່ານ ທ່ານໂອຣຮັນ ເອີເຊິກ (Orhan Isik) ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ ອັນມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ.