ວັນທີ 19 ມັງກອນ 2022 ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1,281 ຄົນ.
ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 19 ມັງກອນ 2022 ໄດ້ໃຫ້ຮູ້ວ່າ: ປະເທດລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຈຳນວນ 1,281 ຄົນ, ໃນນີ້ຕິດເຊື້ອພາຍໃນ 1,279 ຄົນ, ກໍລະນີນຳເຂົ້າ 2 ຄົນ, ມີຜູ້ເສຍຊີວິດໃໝ່ 7 ຄົນ ລາຍລະອຽດທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: