ປກສ ກຸ່ມທາດຂາວສຶກສາອົບຮົບເປົ້າໝາຍຢາເສບຕິດ 22 ຄົນ
ວັນທີ 18 ມັງກອນ 2022 ປກສ ກຸ່ມທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສົມທົບກັບການຈັດຕັ້ງບ້ານໂພນສະຫວັນເໜືອ ແລະ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ສຶກສາອົບຮົມເປົ້າໝາຍຈຳນວນ 22 ຄົນ ທີ່ພົວພັນມົ້ວສຸມກັບສິ່ງເສບຕິດ ໂດຍການເປັນປະທານຂອງ ພັທ ວິລະສານ ແພງມະນີ ຮອງຫົວໜ້າ ປກສ ກຸ່ມທາດຂາວ, ມີການຈັດຕັ້ງບ້ານ , ພະນັກງານກໍ່ສ້າງຮາກຖານການເມືອງ ແລະ ຜູ້ປົກຄອງ ເຂົ້າຮ່ວມ.
ການສຶກສາອົບຮົມໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເປົ້າໝາຍທີ່ພົວພັນກັບຢາເສບຕິດ 22 ຄົນ ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໂດຍສະເພາະຕໍ່ຕົນເອງ ເຮັດໃຫ້ຮ່າງກາຍຈ່ອຍຜອມ, ມີຜົນກະທົບໂດຍກົງຕໍ່ຈິດປະສາດ ຮ້າຍແຮງໄປກວ່ານັ້ນຖ້າຫາກເສບຢາເກີນຂະໜາດ ຈະເຮັດໃຫ້ຜູ້ເສບເປັນບ້າເສຍຈິດ ມັກໃຊ້ຄວາມຮຸນແຮງ ແລະ ຜິດຕໍ່ລະບຽບກົດໝາຍ, ດັ່ງນັ້ນ ໃຫ້ຢຸດເຊົາພົວພັນກັບສິ່ງເສບຕິດ, ປ່ຽນແປງຕົນເອງ ແລະ ກັບມາເປັນພົນລະເມືອງດີຂອງຊາດ.
ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກ ແລ້ວມອບໃຫ້ຜູ້ປົກຄອງນຳໄປສຶກສາອົບຮົມຕື່ມອີກ.