ກະຊວງປ້ອງກັນປະເທດປາຖະກະຖາລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ73 ປີ
ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງ ກອງທັບປະຊາຊົນລາວ (20/1/1949 – 20/1/2022) ຄົບຮອບ 73 ປີ ຂຶ້ນໃນວັນທີ 19 ມັງກອນ 2022 ນີ້ ຢູ່ທີສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີບັນດາຄະນະພັກ, ຄະນະກົມ ແລະ ນາຍທະຫານຈາກອົງການ ແລະ ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 73 ປີ, ຜົນງານອັນພິລະອາດຫານຂອງກອງທັບປະຊາຊົນລາວຕະຫຼອດໄລຍະທີ່ນັກຮົບຮຸ່ນເກົ່າໄດ້ດຳເນີນການຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດຈົນເຮັດໃຫ້ປະຊາຊົນລາວມີນ້ຳໃຈຄຽດແຄນ ບໍ່ຍອມຈຳນົນຕໍ່ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ດ້ວຍຄວາມທໍລະມານດັ່ງກ່າວ; ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວຂຶ້ນ ໃນວັນທີ 20 ມັງກອນ 1949, ນັບແຕ່ນັ້ນມາກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ນຳພາຕໍ່ສູ້ກູ້ຊາດຈົນຍາດມາໄດ້ໄຊຊະນະຢ່າງລຽນຕິດສາມາດຊີ້ນຳໆພາປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ການປາຖະກະຖາໃນຄັ້ງນີ້ກໍ່ເພື່ອໂຄສະນາ, ສຶກສາອົບຮົມມູນເຊື້ອອັນພິລະອາດຫານທີ່ກອງທັບ ແລະ ປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 73 ປີ ແລະ ເພື່ອເປັນການເຄົາລົບ, ລະນຶກເຖິງຜົນງານອັນປະເສີດ ທັງເປັນແບບຢ່າງທີ່ດີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ກອງທັບປະຊາຊົນລາວໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ເພື່ອເປັນການປຸກລະດົມເຮັດໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນອັນຄົບຖ້ວນ, ຮັກລະບອບໃໝ່, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ທັງເປັນການໂຄສະນາສຶກສາອົບຮົມນໍ້າໃຈປະຕິວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ກໍຄື ບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດ, ຜູ້ທີ່ໄດ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນງານທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ.