ວັນທີ 30 ມັງກອນ 2022 ມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ 306 ຄົນ ແລະ ເສຍຊີວິດໃຫມ່ 6 ຄົນ.
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກjຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ 30 ມັງກອນ 2022 ນີ້ ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 29 ມັງກອນ 2022 ຈໍານວນ 2.118 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມ 306 ຄົນ, ໃນນີ້ຕິດເຊື້ອພາຍໃນ 295 ຄົນ, ນໍາເຂົ້າ 11 ຄົນ ແລະ ເສຍຊີວິດ 6 ຄົນ; ເຮັດໃຫ້ ສປປລາວ ໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 133.524 ຄົນ, ເສຍຊີວິດສະສົມ 544 ຄົນ.