ຫົວໜ້າ ກອງບັນຊາການ ປກສ ແຂວງຫົວພັນ ພົບປະຢ້ຽມຢາມ ໂຮງຮຽນ ການເມືອງ-ການປົກຄອງ ແຂວງຫົວພັນ.
ໃນວັນທີ 03 ກຸມພາ 2022 ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າ ກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງພົບປະ ຢ້ຽມຢາມ ໂຮງຮຽນ ການເມືອງ – ການປົກຄອງ ແຂວງຫົວພັນ. ເຊິ່ງໄດ້ຮັບກຽດຕ້ອນຮັບ ໂດຍ ທ່ານ ນາງ ແຍງເພັດ ບຸນມີໄຊ ຫົວໜ້າໂຮງຮຽນ ການເມືອງ-ການປົກຄອງແຂວງ ພ້ອມດ້ວຍຄະນະ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຮຸ້ນທີ 13, ຮຸ້ນທີ່ 14 ເຂົ້າຮ່ວມ.
ການລົງພົບປະ ແລະ ຢ້ຽມຢາມຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ ໂດຍຫຍໍ້ຫຍໍ້ກ່ຽວກັບ ການນຳ-ພາຊີ້ນຳ ປະຕິບັດການຮຽນ-ການສອນ ຂອງໂຮງຮຽນ ຈາກທ່ານ ນາງ ແຍງເພັດ ບຸນມີໄຊ ຫົວໜ້າໂຮງຮຽນ ການເມືອງ-ການປົກຄອງແຂວງ ໃນປະຈຸບັນມີພະນັກງານ-ຄູອາຈານທັງໝົດ 28 ສະຫາຍ, ຍິງ 10 ສະຫາຍ, ນັກສຶກສາຊັ້ນກາງ 15 ເດືອນ, ຮຸ້ນທີ 13 ມີ 50 ສະຫາຍ, ຍິງ 08 ສະຫາຍ, ຮຸ້ນທີ 14 ມີ 50 ສະຫາຍຍິງ 17 ສະຫາຍ, ການຮຽນການສອນໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດການຄົ້ນຄວ້າ ທາງດ້ານທິດສະດີ ແລະ ພຶດຕິກຳ ຮັບໃຊ້ເຂົ້າໃນການຮຽນການສອນ, ສະໜອງຂໍ້ມູນວິທະຍາສາດ ໃຫ້ການວາງແນວທາງນະໂຍບາຍຄະນະບໍລິຫານງານພັກ ແລະ ອົງການປົກຄອງແຂວງ.
ໃນໂອກາດທີ່ ພົຈວ ແອນ ອຸ່ນອານົງນຸດ ໄດ້ເນັ້ນໜັກໃຫ້ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ຕ້ອງເປັນເຈົ້າການ ແລະ ເປັນແບບຢ່າງໃນວຽກງານຂອງຕົນ, ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ຄົ້ນຄວ້າແຕ່ງບົດສອນຂອງຕົນ ຊອກວິທີການຖ່າຍທອດຄວາມຮູ້ ໃຫ້ສອດຄ່ອງກັບເປົ້າຫມາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄູສອນດີ-ສອນເກັ່ງ, ນັກສຶກສາ ຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານສືບທອດ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີອຸດົມການທີ່ຖືກຕ້ອງ.
ນອກນີ້, ພົຈວ ແອນ ອຸ່ນອານົງນຸດ ພ້ອມດ້ວຍຄະນະ ຍັງໄດ້ຕ່າງໃຫ້ກອງບັນຊາການ ປກສ ແຂວງຫົວພັນ ໄດ້ມອບເຄື່ອງຮັບໃຊ້ ການຮຽນ-ການສອນ ໃຫ້ໂຮງຮຽນ ການເມືອງ-ການປົກຄອງແຂວງຫົວພັນ ລວມມູນຄ່າ 10.150.000 ກີບ.