ລັດຖະມົນຕີວ່າການກະຊວງ ປກສ ຕ້ອນຮັບ ລັດຖະມົນຕີວ່າການ ກະຊວງຍຸດຕີທຳແຫ່ງລາດຊະອານະຈັກໄທ
ວັນທີ 17 ກັນຍານີ້ ພົຈວ ສົມແກ້ວ ສີລາວົງ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງ ປກສ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບ ພົອ ໄພບູນ ຄຸ້ມສາຍາ ລັດຖະມົນຕີ ວ່າການກະຊວງຍຸດຕີທຳແຫ່ງລາດຊະອານະຈັກໄທ ພ້ອມຄະນະໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ .
ພົຈວ ສົມແກ້ວ ສີລາວົງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ຕໍ່ ພົອ ໄພບູນ ຄຸ້ມສາຍາ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ມາເຮັດວຽກຢູ່ ສປປລາວ ໃນຄັ້ງນີ້. ເຊິ່ງເປັນຂີດໝາຍສຳຄັນໃນການເພີ່ມທະວີການຮ່ວມມື ລະຫວ່າງສອງລັດຖະບານກໍ່ຄືເປັນຕົ້ນແມ່ນການຮ່ວມມືຂອງສອງອົງການໃນການຕ້ານ ແລະ ຄວບຄຸມຢາເສບຕິດຂອງທັງ 2 ປະເທດ. ໃຫ້ມີຄວາມສະໜິດແໜ້ນ ແລະ ມີປະສິດຜົນສູງກວ່າເກົ່າ ໂດຍສະເພາະໃນການຮ່ວມມື ແລະປ່ຽນຂໍ້ມູນຂ່າວສານກ່ຽວກັບກຸ່ມຄົນບໍ່ດີ ທີ່ລັກລອບຄ້າຂາຍຢາເສບຕິດ ຕາມບໍລິເວນຊາຍແດນ ການສະກັດກັ້ນຢາເສບຕິດທີ່ກຸ່ມຄົນບໍ່ດີ ນຳໃຊ້ສອງປະເທດເປັນທາງຜ່ານໄປສູ່ຜູ້ຕິດຕາມຢາເສບຕິດ, ການຊ່ວຍເຫຼືອດ້ານອຸປະກອນ ຮັບໃຊ້ວຽກງານຄວບຄຸມຢາເສບຕິດ ແລະ ການຮ່ວມມືດ້ານອື່ນໆ. ຊຶ່ງຈະສົ່ງຜົນດີແກ່ 2 ປະເທດ. ໃນການຮ່ວມມືໃນການເພື່ອຄຸມຢາເສບຕິດ ແລະ ຈະກາຍເປັນການປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາຢາເສບຕິດໃນພາກພື້ນ. ເມື່ອກ້າວໄປເຖິ່ງເຂດປອດຢາເສບຕິດຂອງປະຊາຄົມອາຊຽນໃນອານາຄົດ.