ພິທີມອບ-ຮັບ ໂຄງການກໍ່ສ້າງສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ທີ່ຕັ້ງຢູ່ບ້ານແສງສະຫວ່າງ.
ພິທີມອບ–ຮັບ ໂຄງການກໍ່ສ້າງສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ທີ່ຕັ້ງຢູ່ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ລະຫວ່າງ ບໍລິສັດ ນໍຣິນໂກ ສປ ຈີນ ແລະ ກະຊວງປ້ອງກັນຄວາມສະຫງົບລາວ, ໄດ້ຈັດ ໃນວັນທີ 14 ກຸມພາ 2022 ນີ້ ໂດຍການເຂົ້າຮ່ວມຂອງ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ມີບັນດາຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫົງບ, ຕາງຫນ້າບໍລິສັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພຶດສະພາ ພູມມະສັກ ໃນນາມຕາງຫນ້າບໍລິສັດ ນໍຣິນໂກ ສປ ຈີນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 14 ມັງກອນ 2020 ໂດຍນຳໃຊ້ເງິນກູ້ຢືມຂອງໂຄງການ ຈັດຊື້ພາຫະນະ ອຸປະກອນວິຊາສະເພາະພື້ນຖານໂຄງລ່າງ ມູນຄ່າ 66 ຕື້ 900 ລ້ານກີບ ຫລື 8.362.500 ໂດລາ ໃນການກໍ່ສ້າງ, ໂຄງການກໍ່ສ້າງສະໂມສອນຂອງກະຊວງປ້ອງກັນຄວາມສະຫງົບ ແມ່ນໄດ້ຖືກອອກແບບໂດຍຜູ້ທີ່ມີປະສົບການ, ເຊິ່ງໄດ້ລວບລວມເອົາ ສະຖາປັດຕະຍາກຳຂອງລາວຫລາຍບ່ອນເປັນຕົ້ນ ແມ່ນຮູບຊົງ, ຫລັງຄາ ຈາກຫລວງພະບາງ ປະດັບປະດາດ້ວຍ ລາຍລາວ ປະສົມ ລາວປະຍຸກຝຣັ່ງມີຮູບປັ້ນມ້າ 2 ໂຕ ຢູ່ດ້ານຫນ້າເພື່ອສັນຍາລັກຂອງສະຫນາມນຳ (ເຊິ່ງສະຖານທີ່ດັ່ງກ່າວໃນອະດິດແມ່ນເປັນ ສະຫນາມຝຶກຊ້ອມມ້າ ມາກ່ອນ), ມ້າເປັນສັດທີ່ສະແດງເຖິງຄວາມແຂງແຮງ, ເຄັ່ງຂຶມ ແລະ ມີຄວາມວ່ອງໄວ. ໂຄງການກໍ່ສ້າງດັ່ງກ່າວ ປະກອບມີ 17 ໜ້າວຽກຄື: ອາຄານສະໂມສອນໃຫຍ່, ອາຄານສະໂມສອນນ້ອຍ (ອາຄານຈັດງານລ້ຽງ), ພູມມີທັດພາຍນອກອາຄານ. ລະບົບໄຟຟ້າພາຍນອກອາຄານ, ລະບົບປໍ້ານໍ້າປະປາພາຍນອກອາຄານ, ຂັ້ນໄດພາຍນອກ, ຕົບແຕ່ງພາຍໃນສະໂມສອນໃຫຍ່, ຕົບແຕ່ງພາຍໃນສະໂມສອນນ້ອຍ, ວຽກເຟີນີເຈີ. ອາຄານເຮືອນປໍ້ານໍ້າ, ສ້ອມແປງອາຄານຫ້ອງນໍ້າ. ສ້ອມແປງອາຄານເບີ 1, ສ້ອມແປງອາຄານເບີ 2, ກໍ່ສ້າງສາລາ ຈຳນວນ 2 ຫຼັງ, ວຽກທາງຢາງ, ວຽກກັນເຈື່ອນໃຊ້ເວລາ 13 ເດືອນໃນການກໍ່ສ້າງ ຮອດວັນທີ 30 ມີນາ 2021 ສໍາເລັດການກໍ່ສ້າງໂດຍພື້ນຖານ ແລະ ໄດ້ມອບໃຫ້ເຈົ້າຂອງໂຄງການນໍາໃຊ້ໃນການສະເຫຼີມສະຫຼອງວັນສ້າງຕັ້ງ ກໍາລັງຍ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ໃນວັນທີ 5 ເມສາ 2021.
ຕາງຫນ້າເຊັນບົດບັນທຶກມອບ-ຮັບ ໂດຍ ພຈົວ ທອງສຸກ ຢ່າເອີ່ລາວລີ ຮັກສາການຫົວຫນ້າກົມໃຫຍ່ພາລາທິການ ປ້ອງກັນຄວາມສະຫງົບ ແລະ ທ່ານ ພຶດສະພາ ພູມມະສັກ ຕາງຫນ້າບໍລິສັດ ນໍຣິນໂກ ສປ ຈີນ ມີບັນດາລັດຖະມົນຕີ, ຄະນະພັກ–ຄະນະບັນຊາ ກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ, ຕາງຫນ້າບໍລິສັດ ເປັນສັກຂີພະຍານ.