ສະກັດກັ້ນການລັກລອບຂົນສົ່ງສັດປ່າ ຈຳນວນ 78 ໂຕ
ໃນວັນທີ 29 ຕຸລາ 2015 ນີ້ ເຈົ້າໜ້າທີ່ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນກັກຕົວຜູ້ທີ່ລັກລອບ ຂົນສົ່ງສັດປ່າຫວງຫ້າມປະເພດລິ່ນຈຳນວນ 78 ໂຕ, ນ້ຳໜັກປະມານ 350 ກິໂລ ມູນຄ່າ 280ລ້ານກ່ວາກີບ ໄດ້ຢູ່ບ້ານໂຄກຊາຍເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ທ່ານແສງອາລຸນ ສຸລິຍະວົງ ຫົວໜ້າກອງກວດກາປ່າໄມ້ ພະແນກກະສິກຳແລະ ປ່າໄມ້ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ ນີ້ເຈົ້າທີ່ໜ້າກອງກວດກາປ່າໄມ້ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງສັດປ່າຫວງຫ້າມ ຢູ່ເຂດເມືອງຫາດຊາຍຟອງຈາກປະປະເພື່ອນບ້ານຜ່ານປະເທດລາວໄປຍັງປະເທດທີສາມ, ພາຍຫຼັງໄດ້ຮັບແຈ້ງຄວາມກໍແຕ່ງຕັ້ງເຈົ້າໜ້າທີ່ປະຈຳຈຸດດັ່ງກ່າວເພື່ອສະກັດກັ້ນ, ມາຮອດເວລາປະມານ 23 ໂມງ ພົບເຫັນລົດກະບະຮຸນໄດ໋ສີປອນ ໝາຍເລກທະບຽນ 7935 ກຳແພງນະຄອນ ລົດຄັນຖືກສົງໄສ ທີ່ບັນທຸກລັງສີສົ້ມເຕັມຄັນລົດ, ເຈົ້າທີ່ໜ້າຈຶ່ງສະແດງຕົວກວດຄົ້ນລົດຄັນດັ່ງກ່ກາວ. ຜ່ານການກວດຄົ້ນພົບເຫັນລິນຈຳນວນ 78 ໂຕ , ນ້ຳໜັກປະມານ 350 ກິໂລ ທີ່ຊຸກເຊື່ອງໄວ້ໃນລັງເຈົ້າໜ້າຈຶ່ງໄດ້ກັກຕົວຜູ້ຂັບຂີ່ຄືທ້າວບຸນທະວີ ອາຍຖ38 ປີ ຢູ່ບ້ານໂຄກຊາຍ ມາສືບສວນ-ສອບສວນ ຈຶ່ງຮູ້ວ່າລິນຈຳນວນດັ່ງກ່າວບໍ່ແມ່ນຂອງຜູ້ກ່ຽວ ພຽງແຕ່ພຽງແຕ່ເປັນຜູ້ຈ້າງຂົນສົ່ງໄປບ້ານນາໄຫເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ຈະມີຄົນມາຮັບເອົາອີກຕໍ່ໜຶ່ງ ເພື່ອຂົນສົ່ງໄປຍັງປະເທດທີ່ສາມ.
ທ່ານ ແສງອາລຸນ ໃຫ້ຮູ້ຕື່ມອີກວ່າ: ສັດທີ່ຢຶດໄດ້ໃນຄັ້ງນີ້ເປັນສັດທີ່ຫອງຫ້າມປະເພດໜຶ່ງຂອງອົງການສັດປ່າສາກົນ ຫຼື Cites ແລະ ກົດໝາຍສັດນ້ຳ-ສັດປ່າ ຂອງ ສປປລາວ ໃນນີ້ຈຳນວນສັດທີ່ຢືດຍັງມີຊີວິດຢູ່ຈະໄດຟືນແຂງແຮງຈາກນັ້ນກໍປ່ອຍຄືນສູ່ທຳມະຊາດ, ສຳລັບສັດທີ່ຕາຍຈະທຳລາຍຝັງຖິ້ມ ແລະ ດຳເນີນຄະດີກັບຜູ້ກະທຳຜິດ.