ປະກາດເລື່ອນຊັ້ນພັນເອກໃຫ້ຄະນະບັນຊາ ໃນກຳລັງ ປກສ
ກະຊວງປ້ອງກັນຄວາມສະຫງົບຈັດພິທີ ປະກາດເລື່ອນຊັ້ນ ພັນໂທຂຶ້ນພັນເອກ ໃຫ້ນາຍຕຳຫຼວດກົມກອງອ້ອມກະຊວງ ປ້ອງກັນຄວາມສະຫງົບ ໃນວັນທີ 3 ພະຈິກ 2015 ນີ້ ໃຫ້ກຽດປະດັບຊັ້ນຂອງ ພົນຈັດວາ ສົມແກ້ວ ສີລາວົງ ກຳມະການສູນກາງພັກ ເຂລາຄະນະພັກ ລັດຖະມົນຕີວ່າການ ກະຊວງ ປກສ ມີລັດຖະມົນຕີຊ່ວຍວ່າການກະຊວງ, ຫົວໜ້າກົມໃຫຍ່, ພະນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງກະຊວງ ປກສ ແລະ ຜູ້ໄດ້ຮັດການເລື່ອນຊັ້ນເຂົ້າຮ່ວມ.
ພັນເອກ ດວງປີ ດາມະນີວົງ ຄະນະບໍລິຫານງານພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງ ກົມກອງອ້ອມຂ້າງກະຊວງ ປກສ ຜູ້ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ເຊິ່ງມີຜູ້ໄດ້ຮັບການເລື່ອນຊັ້ນພັນເອກ 6 ສະຫາຍຄື: ພັອ ຄຳແດງ ໄຊຍະສຸກ ຫົວໜ້າກົມໃຫຍ່ການເມືອງ ປກສ, ພັອ ນາງ ວັດຊະລີ ສິດທິລືໄຊ ຄະນະພັກກົມໃຫຍ່ ປະທານສະຫະພັນແມ່ຍິງກະຊວງ ປກສ, ພັອ ໂພໄຊ ມາຄ່ຽມ ຮອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳສະພາແຫ່ງຊາດ, ພັອ ດາວັນ ວົງຄຳຊາວ ຫົວໜ້າຫ້ອງການກົມໃຫຍ່ພະລາທິການ ປກສ ແລະ ພັອເອກ ພູວຽງ ຈະເລີນລັດ ຫົວໜ້າກົມ 201 ກົມໃຫຍ່ສັນຕິບານ ປກສ.
ໃນໂອກາດນີ້ ພົຈວ ສົມແກ້ວ ສີລາວົງ ກຳມະການກົມການເມືອງສູນກາງພັກ ໄດ້ເນັ້ນໜັກຕໍ່ພິທີການເລື່ອນຊັ້ນວ່າ: ການເລື່ອນຊັ້ນຂອງບັນດາສະຫາຍໃນຄັ້ງນີ້ແມ່ນພະນັກງານຂັ້ນສູງຂອງໃນກຳລັງປ້ອງກັນຄວາມສະຫງົບ ແລະ ແມ່ນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກຂັ້ນເທິ່ງ ດັ່ງນັ້ນ, ບັນດາສະຫາຍຕ້ອງເອົາໃຈໃສ່ໃນການພັດທະນາຕົນເອງໃນການປະຕິບັດວຽກງານວິຊາສະເພາະ ແລະ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບທີ່ຢູ່ໃຕ້ການບັນຊາຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໃຫ້.