ວັນທີ 22 ກຸມພາ 2022 ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 140 ຄົນ, ເສຍຊີວິດ 1 ຄົນ.
ດຣ ສີສະຫວາດ ສຸດທານີລະໄຊ ຮອງໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 22 ກຸມພາ 2022 ນີ້ ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 21 ກຸມພາ 2022 ຈໍານວນ 2504 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 140 ຄົນ, ໃນນີ້ຕິດເຊື້ອພາຍໃນ 132 ຄົນ,ນໍາເຂົ້າ 8 ຄົນ, ເສຍຊີວິດໃໝ່ເພີ່ມອີກ 1 ຄົນ ,ມີຜູ້ຕິດເຊື້ອສະສົມທັງໝົດ141,441 ຄົນ, ແລະ ເສຍຊິວິດສະສົບ 613 ຄົນ.