ວັນທີ 01 ມີນາ 2022 ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 224 ຄົນ, ເສຍຊີວິດ 2 ຄົນ.
ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 01 ມີນາ 2022 ນີ້ ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 28 ກຸມພາ 2022 ຈໍານວນ 2255 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 224 ຄົນ, ໃນນີ້ຕິດເຊື້ອພາຍໃນ 189 ຄົນ,ນໍາເຂົ້າ 35 ຄົນ, ເສຍຊີວິດໃໝ່ເພີ່ມອີກ 2 ຄົນ ,ເຮັດໃຫ້ ສປປ ລາວ ໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ142,967 ຄົນ, ແລະ ເສຍຊິວິດສະສົບ 623 ຄົນ.