ວັນທີ 10 ມີນາ 2022 ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 335 ຄົນ ແລະ ເສຍຊີວິດ 2 ຄົນ.
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19,ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 10 ມີນາ 2022 ນີ້ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 09 ມີນາ 2022 ຈໍານວນ 2358 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 335 ຄົນ, ໃນນີ້ຕິດເຊື້ອພາຍໃນ 307 ຄົນ,ນໍາເຂົ້າ 28 ຄົນ, ແລະ ເສຍຊິວິດໃໝ່ 2 ຄົນ ,ເຮັດໃຫ້ ສປປລາວໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 145,094 ຄົນ, ເສຍຊີວິດສະສົມ 636 ຄົນ.