ວັນທີ 28 ມີນາ 2022 ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ໃນ 1263 ຄົນ ແລະ ເສຍຊິວິດໃຫມ່ 1 ຄົນ.
ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄອບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19,ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 28 ມີນາ2022 ນີ້ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 27 ມີນາ 2022 ຈໍານວນ 3134 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 1263 ຄົນ, ໃນນີ້ຕິດເຊື້ອພາຍໃນ 1236 ຄົນ, ນໍາເຂົ້າ 27 ຄົນ ແລະ ເສຍຊິວິດໃໝ່ເພີມອີກ 1 ຄົນ , ເຮັດໃຫ້ ສປປ ລາວໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 169,256 ຄົນ, ເສຍຊີວິດສະສົມ 661 ຄົນ.