ວັນທີ 01 ເມສາ 2022 ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 2.665 ຄົນ ແລະ ເສຍຊິວິດ 4 ຄົນ.
ດຣ ນາງ ບົວຜັນ ຄຳພະພົງພານ ຮອງຫົວໜ້າ ສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສ.ປ.ປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ 01 ເມສາ2022 ນີ້ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ 31 ມີນາ 2022 ຈໍານວນ 5270 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 2.665 ຄົນ, ໃນນີ້ຕິດເຊື້ອພາຍໃນ 2655 ຄົນ, ນໍາເຂົ້າ 10 ຄົນ ແລະ ເສຍຊິວິດໃໝ່ເພີມອີກ 4 ຄົນ , ເຮັດໃຫ້ ສປປ ລາວໃນປະຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 179,563 ຄົນ, ເສຍຊີວິດສະສົມ 669 ຄົນ.