ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ,ໃນວັນທີ່ 6 ເມສາ ນີ້ 2,115 ຄົນ ເສຍຊີວິດ 2 ຄົນ
ດຣ ນ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫຼງຂ່າວກຽ່ວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຈາກສູນປະຕິບັດງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາ ວັນທີ່ 6 ເມສາ 2022 ນີ້ວ່າ: ຜ່ານການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຈາກການເກັບຕົວຢ່າງກຸ່ມສ່ຽງໃນຂອບເຂດທົ່ວປະເທດ ໃນວັນທີ່ 5 ເມສານີ້ ຈໍານວນ 4,631 ຕົວຢ່າງ, ກວດພົບມີຜູ້ຕິດເຊື້ອພະຍາດ COVID-19 ໃໝ່ເພີ່ມຕື່ມອີກ 2,115 ຄົນ, ເສຍຊີວິດໃໝ່ 2 ຄົນ, ໃນນີ້ຕິດ ເຊື້ອພາຍໃນ 2,088 ຄົນ, ນໍາເຂົ້າ 27 ຄົນ, ປະຈຸບັນມີຜູ້ຕິດເຊື້ອລວມ 188,985 ຄົນ, ເສຍຊີວິດລວມ 684 ຄົນ.