ປະກາດປັບປຸງການຈັດຕັ້ງ ແລະ ປະກາດການເລື່ອນໃຫ້ນາຍຕຳຫຼວດຊັ້ນສູງ
ກະຊວງ ປກສ ໄດ້ປະກາດປັບປຸງການຈັດຕັ້ງ ແລະ ປະກາດການເລື່ອນໃຫ້ນາຍຕຳຫຼວດຂັ້ນສູງ ໃນວັນທີ 11ພະຈິກ 2015ນີ້ ໂດຍການເຂົ້າຮ່ວມ ຂອງພົຈວ ສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງ ປກສ ມີບັນດາລັດຖະມົນຕີ ຄະນະນຳກົມໃຫຍ່ ກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.
ພົຈວ ອາລູ ວາລີຊື່ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງໃນກຳລັງປ້ອງກັນຄວາມສະຫງົບ ແລະ ດຳລັດວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ. ໃນນີ້ ແຕ່ງຕັ້ງ ພົຈວ ບຸນທ່ຽງ ຈັນທະມຸງຄຸນ ເປັນຫົວໜ້າຫ້ອງວ່າການກະຊວງ ປກສ, ພົຈວ ບຸນມີ ແສງຄຳຢອງ ເປັນຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ດຣ ທອງສະຫວັນ ວົງສະຫວັດ ເປັນຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ດຣ ບຸນຊູ ນາມມະຈັກ ເປັນອຳນວຍການວິທະຍາຄານຕຳຫຼວດປະຊາຊົນ, ພັອ ດວງປີ ດາມະນີວົງ ເປັນຫົວໜ້າກົມກວດກາ-ກວດການ, ພັອ ຈຽງຄຳ ອິນແພງທະວົງ ເປັນຮອງຫົວໜ້າຫ້ອງວ່າການ, ພັອ ຄຳເຄື່ອງ ບຸນວິໄລ ເປັນຫົວໜ້າກອງບັນຊາການປ້ອງກັນສູນກາງ, ຍົກຍ້າຍ ພັອ ດຣ ສົມຫວັງ ທຳມະສິດ ຈາກວິທະຍາຄານຕຳຫຼວດປະຊາຊົນ ໄປຮັບໜ້າທີ່ຢູ່ຫ້ອງວ່າການກະຊວງ ປກສ, ພົຈວ ພູມີ ວັນດີໄຊ, ພົຈວ ອິນປົງ ຄຸດທະຄົມ ເປັນຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງ ປກສ.
ພ້ອມນັ້ນ ກໍໄດ້ປະດັບຊັ້ນຂັ້ນພັອ ຈຳນວນ 6 ສະຫາຍຄື: ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ, ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມປ້ອງກັນກຳລັງ, ພັອ ໄພວັນ ແມນວິໄລ ຫົວໜ້າຫ້ອງການກົມໃຫຍ່ສັນຕິບານ, ພັອ ຄຳສຸກ ເມກສະຫວັນ ຫົວໜ້າກົມອຸປະໂພກ-ບໍລິໂພກ, ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ພັອ ລີວົງ ລາວລີ ຫົວໜ້າກົມສະກັດກັ້ນ ແລະ ຕ້ານການຄ້າມະນຸດ.
ໂອກາດນີ້ ຜູ້ທີ່ໄດ້ຖືກແຕ່ງຕັ້ງ ຍົກຍ້າຍ ແລະ ເລື່ອນຊັ້ນໃນຄັ້ງນີ້, ໄດ້ຮັບຟັງການໂອ້ລົມຂອງພົຈວ ສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງ ປກສ ເຊິ່ງທ່ານໄດ້ເນັ້ນໜກຫຼາຍບັນຫາໂດຍສະເພາະແມ່ນການເອົາໃຈໃສ່ພັດທະນາຕົນເອງ ໃນການປະຕິບັດໜ້າທີ່ວິຊາສະເພາະ, ເພີ່ມຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ແລະ ມີແບບແຜນວິທະຍາສາດທີ່ທັນສະໄໝ ໃນການນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ຖືກຕ້ອງ ຫ້າວຫັນ ເສຍສະຫຼະ, ປັບປຸງແບບແຜນວິທີເຮັດວຽກ, ມີແຜນການລະອຽດ, ເອົາໃຈໃສ່ສຶກສາອົມຮົມພະນັກງານນັກຮົມພາຍໃນກົມກອງໃຫ້ມີແນວຄິດໃຫ້ທຸ່ນທ່ຽງ, ເພື່ອພ້ອມກັນປະຕິບັດໜ້າທີ່ສຳເລັດຜົນຕາມຂັ້ນເທິ່ງມອບໝາຍ.