ກອງພັນປ້ອງກັນເຄື່ອນທີ່ໄວ ແລະ ທະຫານ ນະຄອນຫຼວງວຽງຈັນ ເຂັ້ມງວດກວດກາອອກລາດຕະເວນ.
ວັນທີ 14 ເມສາ 2022, ກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສົມທົບກັບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ເຄື່ອນໄຫວກວດກາລາດຕະເວນ ປະຈໍາການຄອຍເຫດ ເພື່ອແກ້ໄຂສະພາບຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນສັງຄົມ ໃຫ້ທ່ວງທັນເວລາ ແນໃສ່ຮັບປະກັນຮັກສາຄວາມສະຫງົບໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ປະຕິບັດຖືກຕ້ອງຕາມຄຳສັ່ງ ແລະ ມາດຕະການປ້ອງກັນ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນການອອກເຄື່ອນໄຫວກວດກາລາດຕະເວນ ຄັ້ງນີ້ ແມ່ນອີງຕາມຄໍາສັ່ງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວາງອອກ ແລະ ອີງຕາມແຜນວຽກ, ແຈ້ງການ ເພີ່ມທະວີຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຂອງກອງພັນປ້ອງກັນເຄືອນທີ່ ແລະ ກຳລັງທະຫານ ນະຄອນຫລວງວຽງຈັນ; ຈື່ງໄດ້ນໍາກໍາລັງອອກກວດກາລາດຕະເວນສະພາບສັງຄົມໂດຍລວມ ເຫັນວ່າ ການສະເຫຼີມສະຫຼອງບຸນປີໃໝ່ລາວ ໃນຂອບເຂດນະຄອນຫຼວງວຽງຈັນ ແມ່ນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.