ປະທານປະເທດ ສົ່ງຄຳອວຍພອນເຖິງປະຊາຊົນລາວ ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564 ແລະ ຕ້ອນຮັບປີໃໝ່ ພ.ສ 2565.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ສົ່ງຄຳອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງສົົ່ງທ້າຍປີເກົ່າ ພ.ສ 2564 ແລະ ຕ້ອນຮັບປີໃໝ່ ພ.ສ 2565 ເຖິງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍມີເນື້ອໃນວ່າ: ປີເກົ່າ ປີສະຫລຸ ພ.ສ 2564 ກຳລັງຈະຜ່ານໄປ ແລະ ປີໃໝ່ ເຊິ່ງເປັນປີຂານ ພ.ສ 2565 ກຳລັງຈະມາແທນທີ່, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຮ່ວມກັບພໍ່ແມ່ພີ່ນ້ອງຮ່ວມຊາດ ສະເຫລີມສະຫລອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່; ເຊິ່ງຖືເປັນມື້ສັນວັນດີ ແລະ ເປັນສີຣິມຸງຄຸນ ທີ່ປະຊາຊົນລາວ ນັບຖື ແລະ ສືບທອດປະຕິບັດເປັນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາຕະຫລອດມາ.
ປີສະຫລູ ກຳລັງຈະຜ່ານພົ້ນໄປນັ້ນ, ຕ້ອງຖືໄດ້ວ່າເປັນອີກປີໜຶ່ງ ທີ່ປະຊາຊົນລາວທຸກຖ້ວນໜ້າຂອງພວກເຮົາ ໄດ້ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນໃນປະເທດຂອງພວກເຮົາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດຜ່ານພົ້ນໄດ້ ເຊິ່ງປະເທດເຮົາຍັງປົກປັກຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບທາງສັງຄົມ, ເສດຖະກິດ ກໍຍັງຢູ່ໃນລະດັບກຳລັງຟື້ນຟູ ແລະ ສືບຕໍ່ມີບາດກ້າວຂະຫຍາຍຕົວໃນລະດັບທີ່ແນ່ນອນ; ປະຊາຊົນເຮົາ ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງຮ່ວມໃຈກັນບຸກໜ້າບື່ນຕົວຜ່ານຜ່າຮ່ວມກັນ, ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ພ້ອມພຽງກັນປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ມາໄດ້ຢ່າງເປັນໜ້າຊື່ນຊົມ.
ທຸກໆສິ່ງ ທີ່ປະຊາຊົນເຮົາຍາດມາໄດ້ ຈາກການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການໃນປີຜ່ານມານັ້ນ, ມັນເປັນພື້ນຖານອັນສຳຄັນ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານ, ການດຳລົງຊີວິດ ຂອງທຸກໆຄົນໃນຊາດ ເພື່ອກ້າວເຂົ້າສູ່ປີໃໝ່ ປີຂານ ພ.ສ 2565 ຈະມາເຖິງນີ້ ດ້ວຍຄວາມຫວັງ ແລະ ກຳລັງໃຈຂອງຄົນໃນຊາດ ເພື່ອປະເຊີນໜ້າກັບສິ່ງທ້າທາຍທົດສອບໃນປີຂານ ທີ່ຈະມາເຖິງນີ້ ແລະ ນຳເອົາປະເທດຊາດທີ່ແສນຮັກຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຖືໂອກາດອັນເລີກງາມຍາມດີນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ໃຫ້ແກ່ປວງຊົນລາວທຸກຖ້ວນໜ້າ ໃນທົ່ວປະເທດ, ປະຊາຊົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະ ປາຖະໜາສິ່ງໃດ ກໍ່ຂໍໃຫ້ໄດ້ດັ່ງຄວາມມຸ່ງຫວັງທຸກປະການ. ຂໍໃຫ້ທຸກໆທ່ານ ມີສະຕິໃນການສະເຫຼີມສະຫລອງບຸນປີໃຫມ່ລາວ ປີນີ້ ຢ່າງລະມັດລະວັງ, ຂໍໃຫ້ປະຕິບັດຕາມຄຳສັ່ງ, ຄຳແນະນຳ ຂອງທາງການຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງທ່ານ ແລະ ຂອງໝົດທຸກຄົນ.