ບໍລິສັດ ແກ້ວໂອໂຕກຼຸບ ຈຳກັດ ຜູ້ດຽວ ມອບເງິນ 3 ຮ້ອຍລ້ານກີບໃຫ້ກະຊວງ ປກສ.
ໃນວັນທີ 20 ເມສາ 2022, ບໍລິສັດແກ້ວໂອໂຕກຼຸບ ຈຳກັດ ຜູ້ດຽວ ໄດ້ປະກອບສ່ວນຊຸກຍູ້ເງິນ ຈຳນວນ 3 ຮ້ອຍລ້ານກີບໃຫ້ກະຊວງປ້ອງກັນຄວາມສະຫງົບ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ທີ 5 ເມສາ ຄົບຮອບ 61 ປີ ກ່າວມອບທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຼຸບ ຈຳກັດຜູ້ດຽວ ,ກ່າວຮັບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ,ມີບັນດາຄະນະພັກກົມ, ຫ້ອງວ່າການກະຊວງ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ບໍລິສັດທີ່ເຫັນໄດ້ຄວາມສຳຄັນ ແລະ ປະກອບສ່ວນເຂົ້າວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກຳລັງລັງປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງໃຫ້ເຕີບໃຫ້ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ມອບໝາຍ,ພ້ອມກັນນັ້ນກໍ່ໄດ້ມອບໃບຊົມເຊີຍໃຫ້ບໍລິສັດແກ້ວໂອໂຕກຼຸບ ຈຳກັດຜູ້ດຽວ ເພື່ອເປັນການຢັ້ງຢືນເຖີງການປະກອບສວ່ນໃນຄັ້ງນີ້.