ສະຫະພັນກຳມະບານກະຊວງ ປກສ ສ້າງຂະບວນການອອກແຮງງານອານະໄມລວມ.
ໃນວັນທີ 22 ເມສາ 2022ນີ້ ສະຫະພັນກຳມະບານກະຊວງ ປ້ອງກັນຄວາມສະຫງົບ ສ້າງຂະບວນການອອກແຮງງານອານະໄມລວມ ແລະ ປູກຫຍ້າອ້ອມຂ້າງຫນອງປາ ໂດຍການນຳພາຂອງ ພັອ ວັນນະເລດ ບຸດຕະວົງ ປະທານ ສະຫະພັນກຳມະບານກະຊວງ ປ້ອງກັນຄວາມສະຫງົບ ມີບັນດາ ສະຫະພັນກຳມະບານອ້ອມຂ້າງ ເຂົ້າຮ່ວມ.
ການສ້າງຂະບວນການ ອອກແຮງງານອານະໄມລວມ ໃນຄັ້ງນີ້ ແມ່ນໄດ້ພ້ອມກັນ ຖາງຫຍ້າອ້ອມຂ້າງຫນອງປາ ຂອງສະຫະພັນກຳມະບານກະຊວງ ປກສ ແລະ ປູກຫຍ້າພັນ ທັງນີ້ເພື່ອເປັນການສ້າງຂະບວນການສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 136 ປີ ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານມີຄວາມບຸກບືນ ຕັ້ງຫນ້າປະກອບສ່ວນເຂົ້າໃນການເຄື່ອນໄຫວກຳມະບານ ເປັນເຈົ້າການສ້າງຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສະຫະພັນກຳມະບານ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.
ໂອກາດນີ້ ພັອ ວັນນະເລດ ບຸດຕະວົງ ປະທານ ສະຫະພັນກຳມະບານກະຊວງ ປ້ອງກັນຄວາມສະຫງົບກໍ່ໄດ້ໃຫ້ສຳພາດວ່າ: