ພິທີຖະແຫລງຂ່າວ ສະເຫລີມສະຫລອງວັນຊັບສິນທາງປັນຍາໂລກ.
ໃນວັນທີ 22 ເມສາ 2022ນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລ ແຫ່ງຊາດ ຈັດພິທີຖະແຫລງຂ່າວ ກຳນົດເອົາວັນທີ 26 ເມສາ 2022 ເປັນມື້ຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ໂດຍພາຍໃຕ້ຄໍາຂວັນ ທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນ ສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ເຊີ່ງພິທີດັ່ງກ່າວ ຈະໄດ້ຈັດຂື້ນທີ່ ມະຫາວິທະຍາໄລແຫ່ງຊາດ ໂດຍການຖະແຫລງຂ່າວຂອງ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ອຸດສະຫະກຳ ແລະ ການຄ້າ ມີບັນດາພະນັກງານຫລັກແຫລ່ງ ພາກສ່ວນທີ່ກ່ຽວຂ້ອງ ແລະສື່ມວນຊົນເຂົ້າຮ່ວມ.
ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ອຸດສະຫະກຳ ແລະ ການຄ້າໄດ້ກ່າວວ່າ : ການຈັດງານຖະແຫຼງຂ່າວ ມື້ນີ້ ແມ່ນເພື່ອແຈ້ງຂ່າວໃຫ້ແກ່ການນຳພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ຊາວຄ້າ-ຂາຍ, ປະຊາຊົນ, ບັນດາຜູ້ຕິດຕາມຂ່າວສານ ທັງພາຍໃນ ແລະ ຕ່າງປະເທດ ຊາບວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລ ແຫ່ງຊາດ ຈະຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ຂື້ນໃນວັນທີ 26 ເມສາ 2022 ໂດຍພາຍໃຕ້ຄໍາຂວັນ ທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນ ສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດ ສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ ( ຫຼື WIPO: ດັບໂບຢູ່ໄອພີໂອ) ໄດ້ພ້ອມກັນ ສະເຫຼີມສະຫຼອງວັນສຳຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ ຈຸດປະສົງຂອງການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ຕົ້ນຕໍກໍເພື່ອເປັນການ ເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດ ສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິນລະປະກຳ ແລະ ວັນນະກໍາ, ການສ້າງເອກະລັກ ສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງ ການນຳໃຊ້ນະວັດຕະກຳເຂົ້າ ໃນການພັດທະນາເຕັກໂນໂລຊີ,ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ, ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທໍາແບບດັ້ງເດີມ ໃນໂອກາດນີ້, ຂໍເຊີນຊວນມາຍັງໄວໜຸ່ມ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ມີຄວາມ ສົນໃຈ ເຂົ້າຮ່ວມການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກປະຈໍາປີ 2022 ໃນວັນທີ 26 ເມສາ 2022 ນີ້ ຊຶ່ງເປັນໂອກາດອັນດີ ສຳລັບການຮຽນຮູ້, ເຂົ້າໃຈ ແລະ ນໍາໃຊ້ສິດຕໍ່ ຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ, ເປັນການຊຸກຍູ້ໃຫ້ມີການຫັນປ່ຽນແນວຄວາມຄິດ ກາຍເປັນ ຮູບປະທຳ, ຫັນສິດຕໍ່ຊັບສິນທາງປັນຍາ ໃຫ້ກາຍເປັນການສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ຜະລິດຕະຜົນ ປະກອບສ່ວນເຂົ້າໃນແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ແລະ ການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳແບບຍືນຍົງ.