ກັກຕົວພວກຄ້າຂາຍຢາເສບຕິດ
ວັນທີ 10 ທັນວາ 2015 ປກສ ກຸ່ມ1ດອນດູ່ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ກັກຕົວທ້າວຄຳເພັດ ອາຍຸ 30 ປີ ອາຊີບກຳມະກອນຢູ່ບ້ານດອນດູ່ ພ້ອມຢາບ້ານເກືອບ 2ພັນເມັດ ແລະ ເຄື່ອງອື່ນອີກຈຳນວນໜຶ່ງທີ່ພົວພັນກັນຢາເສບຕິດ ຜູ້ກ່ຽວຖືກກັກຕົວໃນຄະນະທີ່ກຳລັງເຄື່ອນໄຫວ ຄ້າຂາຍຢາເສບຕິດຢູ່ພາຍໃນບ້ານ.
ແລະໃນໄລຍະດຽວກັນນີ້ ເຈົ້າໜ້າທີ່ຕຳຫຼວດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນກໍ່ໄດ້ກັກຕົວທ້າວສຸລາກອນອາຍຸ 26ປີ ບ້ານຖິ່ນຕົມເມືອງຫາດຊາຍຟອງ ພ້ອມຢາບ້າເກືອບ 6ຮ້ອຍເມັດ, ລັດຈັກໜຶ່ງຄັນ. ປະຈຸບັນພວກກ່ຽວແມ່ນຢູ່ໃນຂັ້ນຕອນການດຳເນີນຄະດີຕາມລະບຽບກົດໝາຍ.