ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກຳຕົວຈິງ ໃນການປະຕິບັດມະຕິ 9 ຂອງພັກ ແລະ 30 ປີແຫ່ງການປ່ຽນແປງໃຫມ່.
ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 18ມັງກອນ 2016, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສະຫຼຸບຖອດຖອນບົດຮຽນທີ່ສຳຄັນ ຜ່ານພຶດຕກຳຕົວຈິງໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກໄລຍະ 5 ປີຜ່ານມາ ກໍຄື 30 ປີແຫ່ງການປ່ຽນແປງໃຫມ່ ເຊິ່ງປະກອບມີ:
- ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ ບົນພື້ນຖານແຫ່ງການຢຶດໜັ້ນຈຸດໝາຍສັງຄົມນິຍົມ ແລະ ມີຄວາມເປັນເອກະລາດແຫ່ງຊາດ, ໜູນໃຊ້ ແລະ ຂະຫຍາຍທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ສົບທົບກັບການຮັບເອົາສິ່ງຍອດຍິ່ງຂອງມວນມະນຸດ.
- ໃນການພັດທະນາຕ້ອງຢຶດໝັ້ນ ຖືເອົາການພັດທະນາເສດຖະກິດເປັນໃຈກາງ ໂດຍຕິດກັບການພັດທະນາສັງຄົມ, ການຮັກສາວັດທະນະທຳອັນດີງາມຂອງຊາດ ແລະ ການຮັກສາສິ່ງແວດລ້ອມຕາມທິດຢືນຍົງ, ຂຸດຄົ້ນ ແລະ ນຳໃຊ້ກຳລັງແຮງທຸກພາກສ່ວນເສດຖະກິດ ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ ຕາມກົນໄກເສດຖະກິດຕະຫຼາດ ພາຍໃຕ້ການດັດສົມຂອງລັດ, ສົມທົບກົມກຽວ ລະຫວ່າງ ການພັດເສດນາເສດຖະກິດກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຍູ້ການຈະເລີນເຕີບໂຕຂອງເສດຖະກິດ ຕິດພັນກັບການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ຍົກລະດັບທາງດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນບັນດາເຜົ່າ ໃຫ້ສູງຂຶ້ນບໍ່ຢຸດຢັ້ງ, ພ້ອມກັນນັ້ນ ກໍສຸມໃສ່ພັດທະນາເສດຖະກິດແຫ່ງຊາດ ຕາມທິດຫັນເປັນອຸສາຫະກຳ ແລະ ທັນສະໄໝ ຢ່າງມີຈຸດສຸມໃນຂົງເຂດທີ່ປະເທດມີທ່າແຮງໄດ້ປຽບ.
- ການຫັນລົງກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດຕະການຍຸດທະສາດຍາວນານ, ຕ້ອງປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ, ກໍ່ໃຫ້ເກີດຕົວແບບໃນການຜະລິດເປັນສິນຄ້າ ໃຫ້ນັບມື້ນັບຫຼາຍໃຫ້ກາຍເປັນຂະບວນການຂອງມະຫາຊົນ.
- ການເພີ່ມທະວີເປັນປືກແຜນແໜ້ນໜາຂອງທົ່ວປວງລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ເປັນມູນເຊື້ອ, ເປັນກຳລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທາງສັງຄົມຢ່າງໜັກແໜ້ນ, ຮັບປະກັນໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໜັ້ນຄົງ.
- ເພື່ອຮັບປະກັນໃຫ້ການພັດທະນາຖືກທິດ ມີຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດນຳພາ ແລະ ກຳລັງແຮງຂອງຄະນະພັກແຕ່ລະຂັ້ນ, ເຮັດໃຫ້ຄະນະພັກແຕ່ລະຂັ້ນ ມີຄວາມສາມາດຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກອອກເປັນແຜນງານ, ໂຄງການລະອຽດ ຖືກຕ້ອງ ແລະ ທັນການ, ທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ່ອນ ໄປຄວບຄູ່ກັບການເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງຢູ່ແຕ່ລະຂັ້ນ.
- ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໄປຄຽງຄູ່ກັບການຍົກສູງຄວາມເປັນແບບຢ່າງນຳໜ້າຕໍ່ສູ້ ຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຢູ່ໃນການຈັດຕັ້ງຂອງພັກ-ລັດ ກໍຄື ຖັນແຖວສະມາຊິກພັກ-ພະນັກງານຢ່າງທັນການ, ຮັບປະກັນໃຫ້ພັກເຮົາມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ.
- ຢຶດໜັ້ນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມືຢ່າງສະເໝີຕົ້ນສະເໝີປາຍ ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ກໍຄືບັນດາປະເທດໃນປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ, ພິເສດແມ່ນເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍຮ່ວມອຸດົມການສັງຄົມນິຍົມ ກັບບັນດາເພື່ອນມິດຍຸດທະສາດ ອັນນີ້ແມ່ນປັດໄຈອັນຈຳເປັນ ແລະ ຂາດບໍ່ໄດ້ ເພື່ອເປັນກຳລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.