ການນຳກະຊວງ ປກສ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 18 ມັງກອນ 2016ນີ້ ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນສະມາຊິກພັກສົມບູນ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 684 ສະຫາຍ, ຍິງ 82 ສະຫາຍ.
ໃນໂອກາດນີ້ ພົນຕີ ສົມແກ້ວ ສີລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຄະນະຜູ້ແທນສົມບູນຂອງກະຊວງ ປກສ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ກ່າວຄວາມຮູ້ສຶກທີ່ໄດ້ເຂົ້າຮ່ວມກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງຕີລາຄາສູງກ່ຽວກັບກອງປະຊຸມ ເຊິ່ງຈະເປັນຂີດໝາຍອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໄປພ້ອມໆກັບກຳລັງ ປກສ ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆ. ໃນນີ້ ຈຸດໜັກແມ່ນບົດລາຍງານການເມືອງໄດ້ຊີ້ແຈ້ງວ່າ: ປັບປຸງກຳລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເປັນກຳລັງປອດໄສ, ໜັກແໜ້ນ ແລະ ເຂັ້ມແຂງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ. ໃນນີ້ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ແມ່ນສຸມໃສ່ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບປອດໄພໃນສັງຄົມ ແລະ ປັບປຸງ ກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ມີຄວາມສາມາດພຽງພໍໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ.
ນອກນີ້ ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງເລຂາຄະນະພັກກະຊວງ ປກສ ທັງເປັນຄະນະຜູ້ແທນສົມບູນຈາກກະຊວງ ປກສ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10ຂອງພັກປະຊາຊົນ ປະຕິວັດລາວ ກໍ່ໄດ້ສະແດງຄວາມຮູ້ສຶກທີ່ໄດ້ເປັນຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ອີກດ້ວຍວ່າ: ກອງປະຊຸມໃຫຍ່ຄັ້ງທີ 10ຂອງພັກນີ້ ສຸດທີ່ມີຄວາມໝາຍສຳຄັນ ເພາະເປັນກອງປະຊຸມທີ່ໄດ້ມີການສະຫຼຸບຄືນກ່ຽວກັບການການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກໃນໄລຍະ 5 ປີຜ່ານມາ ພ້ອມກັນນັ້ນ ກອງປະຊຸມໃຫຍ່ຄັ້ງທີ 10 ນີ້ ຈະໄດ້ກຳນົດແນວທາງການນຳພາຂອງພັກໃນໄລຍະ 5 ປີກໍຄື 10 ປີໃນຕໍ່ໜ້າ ຮັບປະກັນເຮັດໃຫ້ປະເທດຊາດ ໄດ້ມີຄວາມສະຫງົບທາງດ້ານການເມືອງກໍຄືຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ