ກະຊວງ ປກສ ປຶກສາຫາລືກຽມຄວາມພ້ອມ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ
ວັນທີ14ມີນາ2016 ກະຊວງປ້ອງກັນຄວາມສະຫງົບ ໄດ້ປຶກສາຫາລືກຽມຄວາມພ້ອມຂອງແຕ່ລະ ອະນຸກຳມະການເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ. ໂດຍການເປັນປະທານຂອງພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີ ວ່າການກະຊວງປກສ ມີຄະນະນຳກະຊວງ ແລະ ອະນຸກຳມະການແຕ່ລະພາກສ່ວນເຂົ້າຮ່ວມ.
ໃນການປຶກສາຫາລືການກະກຽມຄວາມພ້ອມຄັ້ງນີ້ ປະກອບມີ 6 ອະນຸກຳມະການ, ຄື: ອະນຸກຳມະການດ້ານເນື້ອໃນ, ອະນຸກຳມະການດ້ານຂະບວນການ, ອະນຸກຳມະການດ້ານການປ້ອງກັນ, ອະນຸກຳມະການດ້ານພິທີການ, ອະນຸກຳມະການດ້ານເສດຖະກິດ ແລະ ອະນຸກຳມະການດ້ານແຂ່ງຂັນຍ້ອງຍໍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ ໃຫ້ເປັນຂະບວນການຟົດຟື້ນ, ທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກ ຂອງກະຊວງປ້ອງກັນຄວາມສະຫງົບໃຫ້ປະກົດຜົນເປັນຈິງ.
ໃນນີ້ ບັນດາອະນຸກຳມະການໄດ້ລາຍງານການກະກຽມຄວາມພ້ອມ ແລະ ຄວາມຄືບໜ້າຂອງແຕ່ລະວຽກງານໂດຍສະເພາະຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ເພື່ອຄົ້ນຄ້ວາປຶກສາຫາລືໃຫ້ແຕ່ລະວຽກງານ ໃຫ້ແທດເໝາະກັບສະພາບການຕົວຈິງໃນສັງຄົມ, ທັງມີຄວາມສະຫງົບປອດໄພ, ເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.
ໂອກາດດຽວກັນ ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ຍັງຮຽກຮ້ອງໃຫ້ແຕ່ລະອະນຸກຳມະການແຕ່ລະພາກສ່ວນ ຍົກສູງຄວາມຄວາມຮັບຜິດຊອບການເມືອງ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສຳເລັດສູງສຸດ ເຮັດໃຫ້ບັ້ນສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ກາຍເປັນບຸນປາງໃຫຍ່ຂອງປວງຊົນລາວທັງຊາດ, ພ້ອມທັງຮັບປະກັນຄວາມສະຫງົບປອດໄພ 100%