ປະກາດແຕ່ງຕັ້ງຮອງ ລມຕ ກະຊວງ ປກສ.
ພິທີປະກາດການຈັດຕັ້ງໃຫ້ນາຍຕຳຫວດຂັ້ນສູງ ຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2016 ນີ້ ໂດຍການເປັນກຽດເຂົ້າຮ່ວມ ຂອງ ພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນການພັກ ລັດຖະມົນຕີກະຊວງ ປກສ, ທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ, ມີຄະນະພັກກະຊວງ ແລະ ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.
ທ່ານ ນາງບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍແຕ່ງຕັ້ງ ພົຈວ ສົມຫວັງ ທຳມະສິດ ຜູ້ຊ່ວຍລັດຖະມົນຕີ ເປັນຮອງລັດຖະມົນຕີ ກະຊວງ ປກສ. ການປັບປຸງກົງຈັກການຈັດຕັ້ງຂັ້ນກະຊວງໃນຄັ້ງນີ້ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ແທດເໝາະກັບຄວາມເປັນຈິງໃນປະຈຸບັນ.