ພິທີປະດັບການຍ້ອງຍໍຜົນງານໃຫ້ການນຳ ແລະ ພະນັກງານ-ນັກຮົບ ໃນກຳລັງ ປກສ
ກະຊວງປ້ອງກັນຄວາມສະຫົງບຈັດພິທີປະດັບ ການຍ້ອງຍໍຜົນງານໃຫ້ການນຳແລະ ພະນັກງານ-ນັກຮົບ ກຳລັງປ້ອງກັນຄວາມສະຫງົບ ໃນວັນທີ 16 ມີນາ 2016 ນີ້ ໂດຍການເປັນກຽດເຂົ້າຮ່ວມ ພົນໂທ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີເຈົ້າຄອງນະຄອນຫຼວງວຽງຈັນ, ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກກະຊວງ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກະຊວງ ປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ພົຈວ ອາລູ ວາລີຊື່ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ແກ່ນາຍ ແລະ ພົນຕຳຫຼວດກະຊວງ ປກສ. ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີຂອງນາຍ ແລະ ພົນຕຳຫຼວດກະຊວງ ປກສ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານ ປກຊ- ປກສ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດຕົກລົງປະດັບຫຼຽນໄຊພິລະອາດຫານ ໃຫ້ນາຍ ແລະ ພົນຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃນນີ້ມີ: ຫຼຽນໄຊພິລະອາດຫານ ຊັ້ນ1: 19 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ2: 23 ສະຫາຍ, ໃຫ້ກຽດປະດັບຫຼຽນໂດຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງລັດຖະມົນກະຊວງປ້ອງກັນປະເທດ.