ປກສ ເມືອງສີສັດຕະນາກ ໄດ້ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ.
ວັນທີ 21 ມີນາ 2016ນີ້ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານໂນຂີ້ເຫຼັກ ເມີອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາມາດກັກຕົ້ວຜູ້ກະທຳຜິດໄດ້ 1 ຄົນພ້ອມຂອງກາງຢາເສບຕິດປະເພດຢາບ້າ 14 ມັດ ແລະ 7 ຖົງ ລວມເປັນ 29.400ເມັດ, ເຮໂລອິນ 3 ແທ່ງ ນ້ຳໜັກ 1.268 ກຣາມ, ຢາໄອສ 1 ຖົງໃຫຍ່, ນ້ຳໜັກ 1 ກິໂລກຣາມ ແລະ ປືນ 1 ກະບອກ. ຜູ້ກະທຳຜິດຄື: ເພັດວິໄລສັກ ອາຍຸ 29 ປີ ປະຊາຊົນ ຢູ່ບ້າໂນນຂີ້ເຫຼັກ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ຄ້າຂາຍຢາເສບຕິດແທ້ ແລະ ຢາເສບຕິດຈຳນວນດັ່ງກ່າວເປັນຂອງຜູ້ກ່ຽວແທ້.
ປະຈຸບັນ ຜູ້ກ່ຽວພວມຢູ່ໃນຂັ້ນຕອນສືບສວນ-ສອຍສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.