ພົນຕີ ສົມແກ້ວ ສີລາວົງ ຊີ້ນຳການກຽມພ້ອມປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ
ພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນພັກ-ຄະນະບັນຊາ ກົມໃຫຍ່ຕຳຫຼວດ ໃນການກຽມພ້ອມປ້ອງກັນກອງປະຊຸມສຸດຍອດອາຊຽນທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີນີ້, ພ້ອມທັງເນັ້ນໃຫ້ເພີ່ມທະວີວຽກງານການເມືອງ-ນຳພາແນວຄິດ ໃຫ້ຖັນແຖວພະນັກງານ-ນັກຮົບທົ່ວກົມໃຫຍ່ຕຳຫຼວດ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງຂື້ນກວ່າເກົ່າ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການກໍ່ສ້າງກຳລັງ, ບຳລຸງຍົກລະດັບພະນັກງານ-ນັກຮົບ ໃຫ້ຕິດແໜ້ນກັບວຽກງານວິຊາສະເພາະ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງພວກສັດຕູ, ຍົກສູງວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພ້ອມທັງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃຫ້ມີຄວາມເດັດດ່ຽວ ແລະ ມີຫົວຄິດປະດິດສ້າງ ໃນການເຄື່ອນໄຫວວຽກງານຕົວຈິງ ໂດຍສະເພາະແມ່ນໃນຂົງເຂດວຽກງານຂອງກົມໃຫຍ່ຕຳຫຼວດ.
ການໃຫ້ທິດຊີ້ນຳ ແລະ ໂອ້ລົມໃນຄັ້ງນີ້ ມີຂຶ້ນໃນໂອກາດທີ່ທ່ານລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມກອງປະຊຸມສະຫຼຸບຕີລາຄາສະພາບການພົ້ນເດັ່ນ 4 ເດືອນຕົ້ນປີ 2016 ແລະ ວາງທິດທາງແຜນການກະກຽມປ້ອງກັນກອງປະຊຸມສຸດຍອດອາຊຽນ ຂອງກົມໃຫຍ່ຕຳຫຼວດ ຈັດຂຶ້ນໃນວັນທີ 19-20 ພຶດສະພາ 2016ນີ້ ໂດຍການເປັນປະທານຂອງ ພົຈວ ສີສະຫວາດ ແກ້ວມະລາວົງ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ມີຄະນະພັກ-ຄະນະບັນຊາທົ່ວກົມໃຫຍ່ຕຳຫຼວດເຂົ້າຮ່ວມ; ພັນເອກ ດຣ ທອງເຫຼັກ ມັງໜໍ່ເມກ ຮອງຫົວໜ້າກົມໃຫຍ່ຕຳຫຼວດກ່າວວ່າ: ໃນ 4 ເດືອນຕົ້ນປີ 2016 ຄະນະພັກ-ຄະນະບັນຊາອ້ອມຂ້າງກົມໃຫຍ່ຕຳຫຼວດ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສຶກສາອົບອົມການເມືອງ ນຳພາແນວຄິດພະນັກງານ-ນັກຮົບ, ເຊິ່ງໃນ 4 ເດືອນຕົ້ນປີ 2016 ກົມໃຫຍ່ຕຳຫຼວດຮ່ວມກັບກຳລັງຕຳຫຼວດທົ່ວປະເທດ ແລະບັນດາເຫຼົ່າຣົບອື່ນໆ ໄດ້ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ ໃນການປ້ອງກັນຄວາມສະຫງົບ ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ໃນນັ້ນສາມາດມ້າງຄະດີທົ່ວປະເທດໄດ້ທັງໝົດ 1.817 ລາຍ, ກັກຕົວຜູ້ຕ້ອງຫາ 2.292ຄົນ ຍິງ 328 ຄົນ, ຄົນຕ່າງປະເທດ 15 ຄົນ, ມ້າງຄະດີຢາເສບຕິດໄດ້ທັງໝົດ 201 ລາຍ; ໃນນີ້ມີຄະດີລາຍໃຫຍ່ 14 ລາຍ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ເກີດຂຶ້ນທັງໝົດ 2.130 ລາຍ, ພາຫະນະເປ່ເພທັງໝົດ 3.877 ຄັນ ຄົນໄດ້ຮັບບາດເຈັບທັງໝົດ 3399 ຄົນ, ເສຍຊີວິດ 421 ຄົນ, ຖ້າທຽບໃສ່ໃນໄລຍະດຽວກັນຖືວ່າຫຼຸດລົງ.
ທ່ານຮອງຫົວໜ້າກົມໃຫຍ່ຕຳຫຼວດຍັງກ່າວຕື່ມອີກວ່າ: ທິດທາງແຜນວຽກຈຸດສຸມແຕ່ນີ້ເຖີງກອງປະຊຸມສຸດຍອດອາຊຽນນັ້ນ ກອງປະຊຸມເຫັນດີເປັນເອກະພາບສຸມໃສ່ວຽກງານຕົ້ນຕໍຄື: ສຸມໃສ່ເຮັດວຽກງານປັບປຸງພາຍໃນກຳລັງໃຫ້ມີຄວາມເຂັ້ມແຂງ, ຮັບປະກັນຕໍ່ໜ້າທີ່ການເມືອງໃນໄລຍະໃຫມ່ ເປັນຕົ້ນແມ່ນ ເມືອງການແນວຄິດ, ປັບປຸງຄຸນທາດການເມືອງຂອງພະນັກງານ-ນັກຮົບ ຕິດພັນກັບການປະຕິບັດວິໄນຂອງກຳລັງໃຫ້ໜັກແໜ້ນ ຍົກສູງຄວາມຮັບຜິດຊອບ, ປັບປຸງລະບຽບວິໄນຂອງກຳລັງຕຳຫຼວດທົ່ວປະເທດ ໂດຍສະເພາະແມ່ນກຳລັງຕຳຫຼວດຢູ່ນະຄອນຫຼວງວຽງຈັນ ໃຫ້ຫັນເຂົ້າສູ່ສະພາວະກຽມພ້ອມຮັກສາຄວາມສະຫງົບ ໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີນີ້ໃຫ້ມີຄວາມປອດໄພ100%.