ກອງປະຊຸມຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 11
ໃນວັນທີ 21 ກໍລະກົດ 2016 ນີ້ ທີ່ ສູນປະຊຸມແຫ່ງຊາດ (NCC), ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 11 (11/2016 CPR Meeting) ພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ, ໂດຍມີບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນຂອງທັງ 10 ປະເທດສະມາຊິກອາຊຽນ, ຮອງເລຂາທິການອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ພະນັກງານການທູດທີ່ກ່ຽວ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເລັ່ງໃສ່ກຽມດ້ານເນື້ອໃນໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ລວມທັງບັນດາກອງປະຊຸມອາຊຽນກັບຄູ່ເຈລະຈາເຊັ່ນ:ກອງປະຊຸມ ພີເອັມຊີ (Post Ministerial Conference), ອາຊຽນບວກສາມ (ASEAN Plus Three), ຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື ອີເອເອັສ (East Asia Summit) ແລະ ເວທີພາກພື້ນອາຊຽນ ແມ່ນກົນໄກໜຶ່ງຂອງອາຊຽນ ຫຼື ເອອາຣເອັຟ (ASEAN Regional Forum), ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 21-26 ກໍລະກົດ 2016 ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ແມ່ນກົກໄກໜຶ່ງຂອງອາຊຽນ, ເຊິ່ງມີພາລະບົດບາດຫຼັກໃນການເປັນເສນາທິການໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີ່ອາວຸດອາຊຽນ, ລະດັບລັດຖະມົນຕີ ແລະ ລະດັບສຸດຍອດ. ກອງປະຊຸມຄັ້ງຕໍ່ໄປຂອງຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນຢູ່ ສປປ ລາວ ແມ່ນຈະຈັດຂຶ້ນໃນວັນທີ 10 ສິງ 2016 ເພື່ອກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລື ( Joint Consultative Meeting (JCM)) ໃນລະຫວ່າງວັນທີ 10-13 ສິງຫາ 2016 ທີ່ວຽງຈັນ ສປປ ລາວ.