ໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ທົ່ວປະເທດມີອຸປະຕິເຫດເກີດຂື້ນ 161 ລາຍ ເສຍຊີວິດ 18 ຄົນ
ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງ ປກສ ໄດ້ລາຍງານໃຫ້ຮູ້ວ່າ ໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ລະຫວ່າງວັນທີ 29 ທັນວາ 2016 ຫາ ວັນທີ 2 ມັງກອນ 2017 ສະພາບການໃຊ້ລົດໃຊ້ຖະໜົນ ຂອງຜູ້ຂັບຂີ່ໃນທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 161 ລາຍ, ມີຄົນເສຍຊີວິດ 18 ຄົນ, ໄດ້ຮັບບາດເຈັບ 268 ຄົນ ແລະ ມີພາຫະນະເປ່ເພ 305 ຄັນ.
ທຽບໃສ່ອຸປະຕິເຫດທີ່ເກີດຂຶ້ນໃນໄລຍະດຽວກັນຂອງປີຜ່ານມາແມ່ນມີຈຳນວນອຸປະຕິເຫດເພີ່ມຂຶ້ນ 24 ລາຍ ແຕ່ຄົນເສຍຊີວິດຫຼຸດລົງ 8 ຄົນ.
ໃນນີ້ນະຄອນຫຼວງວຽງຈັນ ແມ່ນມີອຸປະຕິເຫດເກີດຂຶ້ນຫຼາຍກວ່າໝູ່ຄື 37 ລາຍ ມີຄົນເສຍຊີວິດ 5 ຄົນ, ຖັດມາແມ່ນແຂວງອຸດົມໄຊ ມີ 20 ລາຍ, ຈຳປາສັກ 19 ລາຍ, ຫຼວງພະບາງ 18 ລາຍ, ບໍລິຄຳໄຊ 16 ລາຍ ແລະ ອື່ນໆ.