ມອບຜູ້ຖືກຫາໃຫ້ກະຊວງຕຳຫຼວດຫວຽດນາມ
ໃນວັນທີ 19 ມັງກອນ 2017 ນີ້ ກົມຕຳຫຼວດສືບສວນ-ສອບສວນ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ມອບຜູ້ຖືກຫາ ຊື່ ທ້າວ ດົງຕຽນແທ໋ງ ອາຍຸ 36 ປີ ທີ່ກະທຳຜິດກົດໝາຍ ຢູ່ ສສ ຫວຽດນາມ ແລ້ວຫຼົບໜີມາລີ້ຊ່ອນ ຢູ່ ສປປ ລາວ ໃຫ້ກະຊວງ ຕຳຫຼວດຫວຽດນາມ.
ຕາມການລາຍງານ ຂອງເຈົ້າໜ້າທີ່ ກົມຕຳຫຼວດ ສືບສວນ-ສອບສວນ ກົມໃຫ່ຍຕຳຫຼວດ ກະຊວງປກສ ລາວ ໃຫ້ຮູ້ວ່າ ໃນໄລຍະເດືອນ ກັນຍາ 2016 ເຈົ້າໜ້າທີ່ ກະຊວງຕຳຫຼວດ ຫວຽດນາມ ໄດ້ແຈ້ງ ແລະ ປະສານສົມທົບ ມາຍັງກະຊວງ ປກສ ລາວ ເພື່ອຮ່ວມມືຕິດຕາມຈັບຕົວ ທ້າວ ດົງຕຽນແທ໋ງ ທີ່ມີການເຄື່ອນໄຫວກະທຳຜິດກົດໝາຍ ຢູ່ຫວຽດນາມ ແລ້ວໄດ້ຫຼົບໜີເຂົ້າມາລີ້ຊ່ອນຢູ່ລາວ, ຜ່ານການຕິດຕາມ ຈຶ່ງສາມາດຈັບຕົວ ທ້າວ ດົງຕຽນແທ໋ງ ໄດ້ໃນເດືອນ ທັນວາ 2016 ຢູ່ທີ່ແຂວງຫຼວງພະບາງ, ດັ່ງນັ້ນ ຈຶ່ງໄດ້ມອບຕົວຜູ້ກ່ຽວ ໃຫ້ເຈົ້າໜ້າທີ່ຕຳຫຼວດຫວຽດນາມ ຕາງໜ້າເຊັນບົດບັນທຶກມອບ-ຮັບ ໃນຄັ້ງນີ້ ໂດຍ ພັທ ປອ ຄຳພັນ ຈັນທະວີສຸກ ຮອງຫົວໜ້າກົມຕຳຫຼວດ ສືບສວນ-ສອບສວນ ກົມໃຫ່ຍຕຳຫຼວດ ກະຊວງປກສ ລາວ ແລະ ຮອ ດັ່ງກາງມິງ ຮອງພະແນກໄລ່ຊອກໄລ່ຈັບ ກົມໃຫ່ຍຕຳຫຼວດ ກະຊວງຕຳຫຼວດຫວຽດນາມ ການມອບ-ຮັບ ຜູ້ຖືກຫາ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ໃນຄັ້ງນີ້ ແມ່ນປະຕິບັດຕາມສັນຍາ ວ່າດ້ວຍການຮ່ວມມື ສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະແມ່ນການຮ່ວມມື ທາງດ້ານການສົ່ງຕົວຜູ້ຮ້າຍຂ້າມແດນ ລະຫວ່າງສອງກະຊວງ ແລະ ເປັນໄປຕາມຫຼັກການຂອງຂະບວນຍຸຕິທຳ.