ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານປ້ອງກັນຄວາມສະຫງົບ ປີ 2016
ກະຊວງປ້ອງກັນຄວາມສະຫງົບ ໄດ້ສຳເລັດກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານປ້ອງກັນຄວາມສະຫງົບ ປີ 2016 ແລະ ວາງແຜນການປະຕິບັດບັນດາວຽກຈຸດສຸມ ໃນປີ 2017. ໃນວັນທີ 27 ມັງກອນ 2017 ນີ້ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາຄະນະນຳກະຊວງ, ກົມໃຫຍ່, ກົມ-ກອງອ້ອມຂ້າງກະຊວງ, ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມຊຸດນີ້ ໄດ້ດຳເນີນເປັນເວລາ 2 ວັນຄື: ວັນທີ 26-27 ມັງກອນ 2017, ໂດຍພາຍໃຕ້ການເປັນປະທານຂອງ ພົນຕີ ສົມແກ້ວ ສີລາວົງ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຕະຫຼອດໄລຍະການດຳເນີນກອງປະຊຸມ ຄະນະຜູ້ແທນໄດ້ຮັບຟັງສະພາບການທີ່ພົ້ນເດັ່ນຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຄວາມສະຫງົບສຸກຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ 4 ຄາດໝາຍ 4 ໜ້າທີ່ ແລະ 4 ການພົວພັນ. ໃນ 1 ປີ ຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ສາມາດຮັບປະກັນໃນການປົກປັກຮັກສາ ສະຖຽນລະພາບຄວາມສະຫງົບທາງດ້ານການເມືອງ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້ດີໂດຍພື້ນຖານ.
ກອງປະຊຸມຍັງໄດ້ຮັບຟັງ ການລາຍງານຜົນສຳເລັດການປະກອບສ່ວນ ໃນບັ້ັນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29; ພ້ອມທັງປະກອບຄຳເຫັນຫຼາຍເນື້ອໃນ ຫຼາຍບັນຫາທີ່ສຳຄັນ ແລະ ເລິກເຊິ່ງ, ໄດ້ຄົ້ນຄວ້າ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາການກຳນົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມ ປີ 2017 ຂອງກະຊວງປ້ອງກັນຄວາມສະຫງົບ. ເຊິ່ງໃນນີ້, ໄດ້ກຳນົດເປັນ 4 ຄາດໝາຍ 4 ແຜນງານໃຫຍ່ ແລະ 41 ໂຄງ.
ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດມອບຫຼຽນ ຍ້ອງຍໍໃຫ້ແກ່ ນາຍ ແລະ ພົນຕຳຫຼວດ ທີ່ໄດ້ປະກອບສ່ວນເຂົ້າໃນບັ້ນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ເຊັ່ນ: ຫຼຽນໄຊແຮງງານ ຊັ້ນ 2ມີ 2.240 ໜ່ວຍ, ຊັ້ນ 3 ມີ 2.868 ໜ່ວຍ, ຫຼຽນແຮງງານ 887 ໜ່ວຍ ແລະ ໃບຍ້ອງຍໍລັດຖະບານ 170 ໃບ. ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ-ໄຊຊະນະ ທີ່ກຳລັງປ້ອງກັນຄວາມສະຫງົບສ້າງໄດ້ໃນປີຜ່ານມາ ແລະ ໄດ້ເໜັ້ນໜັກໃຫ້ກຳລັງປ້ອງກັນຄວາມສະຫງົບ ເພີ່ມທະວີເອົາໃຈໃສ່ປະຕິບັດຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ໃນປີ 2017 ໃຫ້ມີຜົນສຳເລັດຕາມແຜນການ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ມີຄວາມສະຫງົບທາງດ້ານການເມືອງ ແລະ ສັງຄົມປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.