ຄະນະນຳຂັ້ນສູງກະຊວງ ປກສ ຢ້ຽມຢາມ ສັນທະວະໄມຕີ ແລະ ເຂົ້າຮ່ວມ ກອງປະຊຸມທີ່ ສ ສ ມຽນມາ
ຄະນະຂັັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນຳໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເດີນທາງຢ້ຽມຢາມ ສັນທະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນແຫ່ງສາທາລະນະລັດ ສະຫະພາບມຽນມາ ຄັ້ງທີ່ VI ທີ່ນະຄອນຫຼວງເນປິດໍ ໃນລະຫວ່າງວັນທີ 6-8 ກຸມພາ 2017 ນີ້.
ການເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືລະຫວ່າງ 2 ກະຊວງ ໃນຄັ້ງນີ້ ຄະນະນຳຂັ້ນສູງກະຊວງ ປກສ ລາວ ແລະ ຄະນະນຳກະຊວງພາຍໃນປະເທດມຽນມາ ຈະໄດ້ຮ່ວມກັນຕີລາຄາສະພາບການຂອງໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບຕໍ່ຄວາມໜັ້ນຄົງ, ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງປະເທດ ຈະໄດ້ຮັບຟັງການລາຍສະພາບ ແລະ ທົບທວນຄືນການຮ່ວມມື ທາງດ້ານວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຂອງທັງສອງຝ່າຍ ໃນໄລຍະຜ່ານມາ, ພ້ອມກັນນີ້ ຍັງຈະໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື ແລະ ກຳນົດແຜນການຮ່ວມມື ໃນຕໍ່ໜ້າ ເປັນຕົ້ນແມ່ນການຮ່ວມມືສະກັດກັ້ນແກ້ໄຂອາຊະຍາກຳຂ້າມຊາດ ເຊັ່ນ: ບັນຫາຢາເສບຕິດ, ການຄ້າມະນຸດ. ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເຊັ່ນ: ການກວດກາການເຂົ້າ-ອອກເມືອງ, ຄວາມເປັນເອກະພາບກ່ຽວກັບ ການກຳນົດແບບຟອມເອກະສານການເດີນທາງ, ການສະກັດກັ້ນແກ້ໄຂການລະເມີດຊາຍແດນ; ການຮ່ວມມືວຽກງານ ກວດກາ ຄຸ້ມຄອງແຮງານຕ່າງດ້າວ ແລະ ອື່ນໆ. ແນ່ໃສ່ຮັບປະກັນເຮັດໃຫ້ທັງສອງປະເທດມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.