ເຈົ້າໜ້າທີ່ຕຳຫຼວດ ເມືອງເງິນ ມ້າງກຸ່ມແກ້ງລັກລົດຈັກ
ເຈົ້າໜ້າທີ່ຕຳຫຼວດ ເມືອງເງິນ ແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ ຫວ່າງບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫຼວດ ເມືອງເງິນ ໄດ້ປະຕິບັດແຜນການມ້າງກຸ່ມແກ້ງທີ່ເຄື່ອນໄຫວລັກລົດຈັກຂອງປະຊາຊົນ ຢູ່ຂອບເຂດແຂວງໄຊຍະບູລີ, ບໍ່ແກ້ວ ແລະ ອຸດົມໄຊ ເຊິ່ງສ້າງຄວາມເສຍຫາຍມີລົດຈັກ 27 ຄັນ.
ຜ່ານການມ້າງລາຍຄະດີດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ມາມາດຈັບຜູ້ກະທຳຜິດໄດ້ 3 ຄົນ ຄື ທ້າວ ເຢັ່ງຈີ ອາຍຸ 21 ປີ, ທ້າວໄຊມົ້ວ ອາຍຸ 18 ປີ ທັງສອງເປັນປະຊາຊົນຢູ່ບ້ານ ຫ້ວຍນົກຂຸ້ມ ເມືອງປາກທາ ແຂວງບໍ່ແກ້ວ ແລະ ທ້າວທອງເຫຼົາ ອາຍຸ 18 ປີ ປະຊາຊົນ ຢູ່ບ້ານຊົງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມທັງເກັບກູ້ລົດຈັກທີ່ພວກກ່ຽວລັກໄປ ຄືນມາໄດ້ 4 ຄັນ, ສ່ວນທີ່ຍັງເຫຼືອອີກ 23 ຄັນນັ້ນ ປະຈຸບັນເຈົ້າໜ້າທີ່ຕຳຫຼວດພວມສຶບສວນ-ສອບສວນ ເກັບກຳຂໍ້ມູນກ່ຽວກັບສະຖານທີ່ ທີ່ພວກກ່ຽວນຳລົດຈັກທີ່ລັກມາໄດ້ນັ້ນໄປຂາຍ ແລະ ຊຸກເຊື່ອງໄວ້ ເພຶ່ອປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ດຳເນີນການເກັບກູ້ຄືນ; ພ້ອມກັນນີ້ ເຈົ້າໜ້າທີ່ຕຳຫຼວດຍັງພວມສືບຕໍ່ຊອກຄົ້ນຕິດຕາມນຳຈັບຕົວ ພັກພວກທີ່ຮ່ວມຂະບວນການກັບພວກກ່ຽວອີກຈຳນວນໜຶ່ງ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ຕຳຫຼວດຍັງໃຫ້ຮູ້ອີກວ່າ ລົດຈັກທັງໝົດ 27 ຄັນ ແມ່ນໄດ້ຖືກ ທ້າວໄຊມົ້ວ, ທ້າວເຢັ່ງຈີ ແລະ ທ້າວທອງເຫຼົາຮ່ວມກັບພັກພວກເຄື່ອນໄຫວລັກຢູ່ໃນໄລຍະປີ 2016 ຜ່ານມາ ຢູ່ຂອບເຂດເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ, ເມືອງຮຸນ ແຂວງອຸດົມໄຊ, ເມືອງຄອບ, ເມືອງຊຽງຮ່ອນ ແລະ ເມືອງເງິນ ແຂວງໄຊຍະບູລີ.